3 ໄຕມາດ ປີ 2022 ການເງິນແຂວງຄຳມ່ວນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 754 ຕື້ກວ່າກີບ ເທົ່າກັບ 80,52%

ທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນ ແຂວງຄໍາມ່ວນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2022 ໃນໂອກາດ ທ່ານ ສົມດີ ດວງດີ ຫົວໜ້າຄະນະຊ່ຽວຊານ ສະພາຄົ້ນຄວ້າເສດຖະກິດຂອງ ສປປ ລາວ ເຄື່ອນໄຫວລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບ ວັນທີ 4 ຕຸລາ 2022ນີ້ວ່າ:
ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດຶອນຕົ້ນປີ, ເຊິ່ງຕາມແຜນການຈັດເກັບ ແມ່ນ 936 ຕື້ກວ່າກີບ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 754 ຕື້ກວ່າກີບ ເທົ່າກັບ 80,52% ຂອງແຜນການປີ, ໃນນີ້ : ລາຍຮັບສູນກາງ 398 ຕື້ກວ່າກີບເທົ່າກັບ 65,29% ຂອງແຜນການປີ, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 355 ຕື້ກວ່າກີບ, ເທົ່າກັບ 109,17 % ຂອງແຜນການປີ;
ດ້ານລາຍຈ່າຍປະຕິບັດໄດ້ 483 ຕື້ກວ່າກີບ, ເທົ່າກັບ 80,26% ຂອງແຜນການປີ. ສາມາດຈ່າຍເງິນເດຶອນໃຫ້ພະນັກງານ – ລັດຖະກອນຂັ້ນແຂວງ ແລະ ຂັ້ນເມຶອງໄດ້ເປັນປົກກະຕິ ເຮັດໃຫ້ການປະຕິບັດລາຍຈ່າຍມີຄວາມສະຫງົບປັດສະຈາກຫາງສຽງສັງຄົມ.
ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນບາງບັນຫາຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕິດພັນກັບການປະຕິບັດລາຍຮັບງົບປະມານ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2022, ພ້ອມດຽວກັນຍັງໄດ້ຮັບຟັງການລາຍງານຂອງບັນດາພາກສ່ວນຂະແໜງການອ້ອມຂ້າງພະແນກການເງິນແຂວງ, ກ່ຽວກັບການຈັດຕັ້ງປະຕິບັດຈັດເກັບລາຍຮັບ ພ້ອມທັງຍົກໃຫ້ເຫັນເງື່ອນໄຂຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຄໍາສະເໜີ ເພື່ອໃຫ້ຂັ້ນເທິງໄດ້ຄົ້ນຄວ້າພິຈາລະນາ.

