ຫວຽດນາມພົບຜູ້ຕິດເຊື້ອ “ໝາກສຸກລີງ” ຄົນທຳອິດ

ວັນທີ 3 ຕຸລາ 2022, ກະຊວງສາທາລະນະສຸກຫວຽດນາມເປີດເຜີຍການກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທຳອິດ ເຊິ່ງເປັນຜູ້ຍິງອາຍຸ 35 ປີ ອາໄສຢູ່ນະຄອນໂຮ່ຈີມິງທາງຕອນໃຕ້ຂອງປະເທດ.

ລາຍງານລະບຸວ່າ: ຜູ້ຕິດເຊື້ອດັ່ງກ່າວມີອາການປ່ວຍເມື່ອວັນທີ 18 ກັນຍາ ຂະນະເດີນທາງໃນນະຄອນດູໄບຂອງສະຫະລັດອາຣັບເອມິເຣດ ຫລື UAE ໂດຍມີອາການໄຂ້, ເມື່ອຍ, ໜາວສັ່ນ, ປວດກ້າມຊີ້ນ, ເຈັບຫົວ ແລະ ໄອ ລວມທັງມີຕຸ່ມແດງ ແລະ ຄັນຕາມແຂນ, ລຳຕົວ ແລະ ໃບໜ້າ ກ່ອນເດີນທາງກັບຫວຽດນາມເມື່ອວັນທີ 22 ກັນຍາ.

ຜູ້ຕິດເຊື້ອຄົນດັ່ງກ່າວເຂົ້າປິ່ນປົວຢູ່ໂຮງໝໍຕືຄືໃນໂຮ່ຈີມິງເມື່ອວັນທີ 23 ກັນຍາ ຕໍ່ມາຖືກສົ່ງຕໍ່ໄປໂຮງໝໍເທສະບານພະຍາດຜິວໜັງ ແລະ ພະຍາດກາມະໂຣກເພື່ອກັກຕົວ. ຈາກນັ້ນມີຜົນກວດພະຍາດໝາກສຸກລີງເປັນບວກອີກ 2 ມື້ຕໍ່ມາ ແລະ ຖືກສົ່ງໄປໂຮງໝໍເທສະບານພະຍາດເຂດຮ້ອນເພື່ອເຂົ້າຮັບການກັກຕົວ, ປິ່ນປົວ ແລະ ຈັດລຳດັບທາງພັນທຸກຳເພີ່ມຕື່ມ ໂດຍປັດຈຸບັນນາງມີອາການຊົງຕົວ ແລະ ບໍ່ມີໄຂ້.

ປະກາດຫລ້າສຸດຈາກນາຍົກລັດຖະມົນຕີຫວຽດນາມກ່ຽວກັບການປ້ອງກັນພະຍາດໝາກສຸກລີງ ແລະ ແນວທາງຂອງກະຊວງສາທາລະນະສຸກ ລະບຸວ່າ: ມີການສັ່ງໜ່ວຍງານທ້ອງຖິ່ນຮັດແໜ້ນການເຝົ້າຕິດຕາມການແພ່ລະບາດຂອງພະຍາດດັ່ງກ່າວທີ່ອາດເກີດຂຶ້ນບໍລິເວນດ່ານຊາຍແດນ ແລະ ຄລີນິກສຸຂະພາບ ລວມທັງຈັດຝຶກອົບຮົມບຸກຄະລາກອນທາງການແພດ.

ເມື່ອກວດພົບຜູ້ທີ່ມີຜົນກວດພະຍາດໝາກສຸກລີງເປັນບວກ ໜ່ວຍງານທ້ອງຖິ່ນກ່ຽວຂ້ອງຕ້ອງດຳເນີນການແກະຮອຍຕິດຕາມ ແລະ ກັກຕົວຜູ້ສຳຜັດຕິດຕໍ່ໃກ້ຊິດເພື່ອປ້ອງກັນການແພ່ລະບາດລະດັບຊຸມຊົນ.