ແມນຢູ ຍິ້ມອອກ, ແຣສຟອດ ລົງຊ້ອມໄດ້ແລ້ວພ້ອມລຸຍເສິກ ແມນເຊສເຕີ ດາບີ

ແມນເຊສເຕີ ຢູໄນເຕັດ ຍິ້ມອອກ, ມາຄັສ ແຣດຟອສ ແລະ ອອງໂຕນີ ມາຊິຍາລ ເຊົາເຈັບກັບມາຊ້ອມໄດ້ ພ້ອມເປັນຕົວເລືອກໃນເກມລີກນັດ ແມນເຊສເຕີ ດາບີ ນັດບຸກໄປຢາມ ແມນຊິຕີ ວັນອາທິດນີ້ ສ່ວນເຈົ້າຖິ່ນກອງຫລັງເຈັບຫລາຍຄົນ ແຕ່ກອງໜ້າສຸດອັນຕະລາຍ ນຳໂດຍ ເອີລິງ ເບຣົາ ຮາແລນ ຄືເກ່ົາ.

ການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ປະຈຳວັນອາທິດທີ 2 ຕຸລາ ມີຕາຕະລາງລົງສະໜາມ 2 ຄູ່ ຄູ່ເອກເປັນເກມ ແມນເຊສເຕີ ດາບີແມັດ ເຊິ່ງ ແມນເຊສເຕີ ຊິຕີ ຈະເປີດສະໜາມເອຕິຮັດ ຕ້ອນຮັບການມາຢາມຂອງ ແມນເຊສເຕີ ຢູໄນເຕັດ ໂດຍເກມນີ້ຈະຫລິ້ນກັນໃນເວລາ 20:00 (ເວລາໃນລາວ).

ແມນຊິຕີ ຂອງຜູ້ຈັດການທີມ ເປບ ກວາດີໂອລາ ຜົນງານດີຕໍ່ເນື່ອງ ລະດູການນີ້ຍັງບໍ່ເສຍໃຫ້ໃຜໃນທຸກລາຍການ ນັບຕັ້ງແຕ່ເສຍໃຫ້ ລີເວີພູລ ໃນເກມຄອມມິວນິຕີ ຊິລ ຫລ້າສຸດກ່ອນຢຸດທີມຊາດກໍບຸກເອົາຊະນະ ວູບແຮມຕັນ 3-0 ສ່ວນຄວາມພ້ອມເກມນີ້ ບັນຫາຍັງຄົງຢູ່ທີ່ແຜງກອງຫລັງ ຈອນ ສະໂຕນ ເຈັບຈາກເກມທີມຊາດ ສ່ວນ ອາຍເມີຣິກ ລາປອກ ເຖິງຈະກັບມາຊ້ອມໄດ້ ແຕ່ຕ້ອງຖ້າກວດສອບຄວາມສົມບູນ ອີກຄົນທີ່ຫລິ້ນບໍ່ໄດ້ຄື ຄັລວິນ ຟລິລິບ.

ໂດຍ 11 ຕົວຈິງທີ່ຄາດມີ ເອແດຊອນ  ເຝົ້າເສົາ ເກມຮັບໃຊ້ ຣູເບນ ດິອາສ ຈັບຄູ່ກັບ ມານູເອລ ອະຄານຍີ ໂດຍມີ ໄຄ ວອກເກີ ກັບ ຊູເອົາ ການເຊໂລ ຫລິ້ນກອງຫລັງ, ກອງກາງໃຊ້ ເຄວິນ ເດິ ບຣອຍ ຫລິ້ນ ໂຣດຣີ ແລະ ແບນາໂດ ຊິລວາ ສ່ວນ ກອງໜ້າໃຊ້ ຟິລ ໂຟເດນ ກັບ ແຈັກ ກຣີລິສ ຢູ່ແຄມເສັ້ນ ໂດຍມີ ເອີລິງ ເບຣົາ ຮາແລນ ເປັນກອງໜ້າຕົວເປົ້າ.

ສ່ວນ ແມນເຊສເຕີ ຢູໄນເຕັດ ຂອງ ເອຣິກ ເທນ ຮາກ ຊະນະໃນລີກມາ 4 ເກມຕິດຕໍ່ກັນ ຂະນະທີ່ກ່ອນຢຸດທີມຊາດ ບຸກຊະນະ ເຊີຣິບ ໃນເກມ ຢູໂຣປາ ລີກ ຫລັງຈາກກ່ອນໜ້ານັ້ນຫາກໍເສຍໃຫ້ ຣິລ ໂຊເດຍດັດ ຄາຖິ່ນ ສ່ວນຄວາມພ້ອມເກມນີ້ ແຮຣີ ແມັກໄກວ ເຈັບຈາກເກມທີມຊາດ ລວມເຖິງ ດອນນີ ຟານ ເດິ ເບັກ ແລະ ອາຣອນ ວານ ບິສຊາກາ ທີ່ຍັງບໍ່ສົມບູນ ແຕ່ ມາຄັສ ແຣສຟອດ ກັບ ອອງໂຕນີ ມາຊິຢາລ ກັບມາຊ້ອມໄດ້ແລ້ວ.

ໂດຍ 11 ຕົວຈິງທີ່ຄາດວ່າຈະລົງ ມີ ດາວິດ ເດ ເຄອາ ເຝົ້າເສົາ, ເກມຮັບໃຊ້ ຣາຟາເອລ ວາຣານ ຈັບຄູ່ກັບ ລິຊານໂດຣ ມາຕີເນສ ໂດຍມີ ດີໂອໂກ ດາໂລ ກັບ ໄທເຣລ ມາລາເຊຍ ເປັນຄູ່ກອງຫລັງ, ແດນກາງໃຊ້ ຄຣິສຕຽນ ອີຣິກເຊນ ຫລິ້ນກັບ ສະກັອດ ແມັກໂທມີເນ ສ່ວນກອງໜ້າໃຊ້ ອັນໂຕນີ ຫລິ້ນກັບ ບຣູໂນ ແຟນັນເດສ ແລະ ເຈດອນ ຊານໂຊ ໂດຍມີ ແຣສຟອດ ຢືນໜ້າເປົ້າ ຂະນະທີ່ ຄຣິສຕຽນໂນ ໂຣນັລໂດ ຍັງຕ້ອງນັ່ງສຳຮອງ.