ຢູນີເທວ ນຳໜ້າດ້ານການສະໜອງບໍລິການລະບົບເຕັກໂນໂລຊີທີ່ທັນສະໄໝ

ຕະຫຼອດໄລຍະ 14 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ໄດ້ດໍາເນີນທຸລະກິດ ຢ່າງເປັນທາງການ ຢູ່ ສປປ ລາວ, ບໍລິສັດ ສະຕາ ໂທລະຄົມ ເປັນບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ທີ່ນໍາໜ້າອັນດັບ 1 ໃນປະເທດ ແລະ ຍັງປະກອບສ່ວນສໍາຄັນ ໃນການຫັນເປັນດິຈິຕອນ, ເປັນຜູ້ບຸກເບີກລະບົບເຕັກໂນໂລຊີ ທີ່ທັນສະໄໝ ເພື່ອປະຕິບັດຄໍາໝັ້ນສັນຍາຂອງຕົນ ທີ່ຈະສ້າງລັດຖະບານເອເລັກໂຕຣນິກ, ຄ່ຽງຄູ່ກັບລັດຖະບານ ແລະ ຮັບໃຊ້ສັງຄົມລາວ ໃນການພັດທະນາ ແລະ ເຊື່ອມໂຍງທິດທາງໃນການຫັນເປັນດິຈິຕອນ ໃນຍຸກປະຕິວັດອຸດສາຫະກຳ 4.0 ຂອງໂລກ. ຕະຫຼອດໄລຍະເວລາທີ່ຜ່ານມາ ບໍລິສັດ ໄດ້ສະໜອງຫຼາກຫຼາຍ ລະບົບດ້ານເຕັກໂນໂລຊີ ທີ່ທັນສະໄໝ ໃຫ້ແກ່ສັງຄົມ ໃນທຸກຂົງເຂດທຸລະກິດເຊັ່ນ:
- U-office: ລະບົບຄຸ້ມຄອງເອກະສານ ຈັດຄວາມເປັນລະບຽບ ພື້ນຖານໂຄງລ່າງຂອງຫ້ອງການ ແບບເອເລັກໂຕຣນິກ – ປ່ຽນແທນການໃຊ້ເອກະສານແບບດັ້ງເດີມທີ່ເປັນເຈ້ຍ. ເຊິ່ງປະຈຸບັນ ໄດ້ສະໜອງໃຫ້ແກ່ພາກລັດ ແລະ ເອກະຊົນ ທົດລອງນໍາໃຊ້ຫຼາຍກວ່າ 1450 ແອກຄາວ.
- ລະບົບ SMS BrandName: ບໍລິການສົ່ງຂໍ້ຄວາມແຈ້ງເຖິງລູກຄ້າ ເມື່ອມີໂປຼໂມຊັນ ຫຼື ມີນະໂຍບາຍດ້ານລາຄາສິນຄ້າຕ່າງໆ.
- Laosedu: ແມ່ນລະບົບຈັດການບໍລິຫານໂຮງຮຽນແບບລວມສູນ ເພື່ອແກ້ໄຂບັນຫາການຄຸ້ມຄອງເອກະສານ,ຂໍ້ກໍານົດຕ່າງໆ ຂອງໂຮງຮຽນ, ຄຸ້ມຄອງຄູອາຈານ, ນັກຮຽນ ແບບຄົບຖ້ວນ, ຕິດຕາມແບບອອນລາຍ.
- ລະບົບບໍລິຫານຮ້ານອາຫານ “Cuk Cuk” ໂປຣແກມຄຸ້ມຄອງຮ້ານອາຫານທຸກປະເພດ ຜ່ານໂທລະສັບມືຖື ຫຼື Tablet ຊ່ວຍໃຫ້ເຈົ້າຂອງທຸລະກິດ ບໍລິຫານ – ຄຸ້ມຄອງ ໄດ້ຢ່າງຄົບຖ້ວນ ແລະ ວ່ອງໄວ.
- U-tracking: ລະບົບການຕິດຕາມ ແລະ ກວດກາຍານພາຫະນະໃນການເດີນທາງ ທີ່ທັນສະໄໜ ໂດຍນຳໃຊ້ທາງອິນເຕີເນັດດາວທຽມ ແລະ GPS ເຂົ້າຊ່ວຍ.
- U-kids: ໂມງອັດສະລິຍະ ສໍາລັບ ເດັກນ້ອຍ. ຜູ້ປົກຄອງສາມາດຕິດຕາມການເຄື່ອນໄຫວຂອງລູກໄດ້ທຸກທີ່ທຸກເວລາ. ພ້ອມກັນນັ້ນ, ຍັງມີ ລະບົບ Kids Online ສາມາດ ຄຸ້ມຄອງ ແລະ ບໍລິຫານ ໂຮງຮຽນອະນຸບານ, ນັກຮຽນ, ຄູ, ຜູ້ປົກຄອງແບບລວມສູນ.
- Cloud Server: ບໍລິການທີ່ສະໜອງເຊີບເວີຈໍາລອງໃນພື້ນຖານໂຄງລ່າງ ຄຣາວ ທີ່ມີປະສິດທິພາບໃນການໃຊ້ງານປຽບເໝືອນຄືກັບເຊີເວີຈິງ, ອຸປະກອນການຈັດເກັບຂໍ້ມູນ ທີ່ມີຄຸນນະພາບສູງ ເຮັດໃຫ້ລະບົບມີຄວາມໝັ້ນຄົງ ແລະ ໃຊ້ງານໄດ້ຍາວນານ.
- Cloud Camera: ບໍລິການຕິດຕາມກ້ອງວົງຈອນ ທີ່ມີີປະສິດທິພາບສູງ, ສາມາດເບິ່ງອອນລາຍ ແລະ ເບິ່ງຍ້ອນຫຼັງໄດ້, ຮັບປະກັນການສູນເສຍຂໍ້ມູນ ໃນກໍລະນີກ້ອງວົງຈອນເປ່ເພ ຫຼື ຖືກລັກ, ສາມາດບັນທຶກຂໍ້ມູນ ແລະ ຕິດຕາມຄຸ້ມຄອງກ້ອງວົງຈອນ.
- CRM: ບໍລິການຄຸ້ມຄອງລູກຄ້າລວມມີ ຂໍ້ມູນ, ການເຮັດທຸລະກຳ, ໃບສະເໜີລາຄາ, ສັນຍາ… ພ້ອມທັງ ຊ່ວຍໃຫ້ຜູ້ບໍລິຫານ ກຳນົດແນວທາງທຸລະກິດ, ສ້າງແບຣນສິນຄ້າບໍລິສັດ, ຄຸ້ມຄອງບຸກຄະລາກອນ ແລະ ເບິ່ງແຍງລູກຄ້າຢ່າງມີປິສິດຕິພາບ.
- DPLC: ແມ່ນບໍລິການສາຍເຊົ່າທີ່ເຊື່ອມຕໍ່ ຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງ, ຈາກຈຸດໜຶ່ງໄປຫາອີກຫຼາຍໆ ຈຸດທີ່ຢູ່ພາຍໃນປະເທດ ແລະ ຮັບປະກັນຄຸນນະພາບໃນການເຊື່ອມຕໍ່ ຮັບ – ສົ່ງ ຂໍ້ມູນ.
- IP LEASED LINE: ແມ່ນບໍລິການອິນເຕີເນັດທີ່ມີຄຸນະພາບ ແລະ ຄວາມໄວສູງ, ນຳໃຊ້ເຕັກໂນໂລຊີ ສາຍແກ້ວໃຍແສງ ເປັນສາຍຕໍ່ໂດຍກົງ ເໝາະສຳລັບ ຜູ້ທີ່ຕ້ອງການນຳໃຊ້ອິນເຕີເນັດທີ່ມີຄວາມສະຖຽນ ແລະ ຄວາມປອດໄພສູງ
ບໍລິສັດ ຍັງບໍ່ຢຸດຢັ້ງພຽງເທົ່ານີ້້ ໄດ້ສືບຕໍ່ພັດທະນາລະບົບຄຸ້ມຄອງຄວບຄຸມບັນດາທຸລະກິດຢ່າງກວ້າງຂວາງ ໃນທົ່ວປະເທດ ແລະ ໃນຕໍ່ໜ້າຍັງໄດ້ມີແຜນສ້າງລະບົບຄຸ້ມຄອງອີກຫຼາກຫຼາຍຮູບແບບເພື່ອສະໜອງບໍລິການສູ່ສັງຄົມ.
ໃນໄລຍະຊຸມປີທີ່ຜ່ານມາບໍລິສັດ ໄດ້ມີການຮ່ວມມື ແລະ ເຊັນສັນຍາ (MOU) ທັງ ພາກລັດ – ເອກະຊົນ ໂດຍມີຈຸດປະສົງຂອງໂຄງການຮ່ວມມືອັນດຽວກັນຄືການ “ຫັນເປັນດີຈິຕອນ” ດ້ວຍລະບົບເຕັກໂນໂລຊີ ທີ່ທັນສະໄໝ ຕາມນະໂຍບາຍ ແລະ ແຜນພັດທະນາ ຂອງລັດຖະບານ ແລະ ລັດວິສາຫະກິດ, ເພື່ອເຂົ້າສູ່ຍຸກປະຕິວັດອຸດສາຫະກຳ 4.0 ຢູ່ ສປປ ລາວ. ເຊິ່ງໄດ້ມີການເຊັນສັນຍາ ຮ່ວມມືກັບພາກລັດຖະບານເຊັ່ນ:
- ການຮ່ວມມືກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ເພື່ອຮ່ວມກັນໃນການຄົ້ນຄ້ວາ, ພັດທະນາ ແລະ ບໍລິການ ລະບົບເຕັກໂນໂລຊີ ດິຈິຕອນ ຢູ່ ສປປ ລາວ ແນໃສ່ການສ້າງ Digital Government Platform ເພື່ອຍົກປະສິດທິພາບຂອງການປະຕິບັດວຽກງານຂອງລັດ.
- ການຮ່ວມມື ກັບກະຊວງກະສິກໍາ ແລະ ປ່າໄມ້, ເພື່ອສ້າງວຽກງານດ້ານເຕັກໂນໂລຊີ ແລະ ຂ່າວສານ ໂດຍສະເພາະແມ່ນການສ້າງ “Platform“ ເພື່ອຄຸ້ມຄອງການບໍລິຫານ ເຊັ່ນ: ວຽກງານຊົນລະປະທານ, ປູກຝັງ, ລ້ຽງສັດ ແລະ ການປະມົງ ເປັນຕົ້ນ.
- ການຮ່ວມມື ລະຫວ່າງ ບໍລິສັດ Fintech ກ່ຽວກັບ ລະບົບການຢັ້ງຢືນລາຍເຊັນ ອີເລັກໂຕຼນິກ (CA Digital Signature).
- ການຮ່ວມມື ລະຫວ່າງ ລັດຖະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບ ການສຶກສາການຫັນເປັນລັດຖະບານດິຈິຕອນ ແລະ ການພັດທະນາຟ້ອນພາສາລາວ ໃນຕໍ່ໜ້າ.
- ການຮ່ວມມື ລະຫວ່າງ ສະມາຄົມການຄ້າ ໄອຊີທີລາວ LICA ໃນຂົງເຂດເຕັກໂນໂລຊີ – ຂໍ້ມູນຂ່າວສານ ເພື່ອສົ່ງເສີມທ່າແຮງຂອງທຸລະກິດ ການຜະລິດ ຜະລິດຕະພັນ ເຕັກໂນໂລຊີຂໍ້ມູນຂ່າວສານ ໃນການຫັນເປັນດິຈິຕອນ.
- ການຮ່ວມມືກັບ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ດ້ານການຄຸ້ມຄອງສໍາມະໂນຄົວ, ອອກບັດປະຈຳຕົວ ຫັນເປັນທັນສະໄໝ ຂອງ ສປປ ລາວ.
- ການຮ່ວມມື ຈັດຕັ້ງຜັນຂະຫຍາຍການຫັນເປັນດີຈີຕອນຂອງ ຂະແໜງການສຶກສາທິການ ແລະ ກິລາ ແນໃສ່ເພື່ອເຮັດໃຫ້ການພັດທະນາ, ບໍລິການລະບົບການສຶກສາ ເປັນດິຈິຕອນ ແລະ ທັນສະໄໝ.
- ການຮ່ວມມື ຂອງອົງການລັດ ກັບ ບໍລິສັດ ລັດວິສາຫະກິດ ກະຊວງສຶກສາທິການ ແລະ ກິລາ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມ ການຄຸ້ມຄອງ, ການບໍລິຫານ ລວມທັງ ການບໍລິການ ໃຫ້ແກ່ ລັດຖະບານ ແລະ ສັງຄົມ.
ນອກຈາກນັ້ນ, ຍັງໄດ້ມີການຮ່ວມມືກັບວິສາຫະກິດ ແລະ ບັນດາບໍລິສັດຕ່າງໆເຊັ່ນ:
- ການຮ່ວມມືກັບ ວິສາຫະກິດ ຂະໜາດໃຫຍ່ ຂອງ ສປປ ລາວ ລັດວິສາຫະກິດ ການບິນລາວ ແລະ ລັດວິສາຫະກິດ ໄຟຟ້າລາວ ເພື່ອແນ່ໃສ່ວຽກງານການຮ່ວມມືສຶກສາຄົ້ນຄວ້າ ການຫັນເປັນດິຈິຕອນ ນຳໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນວຽກງານການຄຸ້ມຄອງ, ການສະໜອງບໍລິການໃຫ້ແກ່ລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຫັນປ່ຽນເປັນການເຮັດວຽກແບບດີຈີຕອນໄດ້ຫຼາຍຂຶ້ນ.
- ການຮ່ວມມືກັບ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ (LVB) ໂດຍການເຊື່ອມລະບົບເທັກໂນໂລຢີເພື່ອເສີມຂະຫຍາຍພັດທະນາພັດທະນາບັນດາຜະລິດຕະພັນທີ່ ທັນສະໄໝຫຼາກຫຼາຍ, ມີຄວາມກ້າວໜ້າ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ດີທີ່ສຸດ.
- ເຊັນບົດບັນທຶກການຮ່ວມມືກັບ ບໍລິສັດ ຢູນິກເຕັກ ຈຳກັດ; ບໍລິສັດ ບໍລິສັດ ຄົມປັນຍາ ເອັນເຕີເທນເມັນ ອີເວັນ ແລະ ອໍແກໄນເຊີ້ຈຳກັດ; CA ຮ່ວມກັບບໍລິສັດ ວິນເທັສ ຈຳກັດ.
ສາມາດເວົ້າໄດ້ວ່າ ຢູນີເທວ ແມ່ນຜູ້ລິເລີ່ມໃນການໃຫ້ບໍລິການ ດ້ານເຕັກໂນໂລຊີ ດ້ວຍຄວາມສາມາດທາງດ້ານເຄື່ອຂ່າຍ ທີ່ຄວບຄຸມທຸກພື້ນທີ່ໃນລາວ ແລະ ມີການຮ່ວມມືກັບສາກົນໃນຫຼາຍໆ ດ້ານ. ເພື່ອພັດທະນາການບໍລິການໃຫ້ດີຍິ່ງຂຶ້ນໄປເລື້ອຍໆ ພວກເຮົາມີທີ່ປຶກສາຊ່ຽວຊານທາງດ້ານລະບົບຄົບວົງຈອນ ຈາກຫຼາກຫຼາຍບໍລິການ ທີ່ໄດ້ກ່າວມາຂ້າງເທິງນັ້ນ. ນອກຈາກການພັດທະນາການບໍລິການດ້ວຍສີມືຄົນລາວ ໂດຍຮ່ວມມືກັບຕ່າງປະເທດແລ້ວ ຢູນີເທວຍັງໄດ້ຮັບການຢັ້ງຢືນຈາກສາກົນດ້ວຍຫຼາກຫຼາຍລາງວັນເຊັ່ນ:
- ປີ 2020 ໄດ້ຮັບລາງວັນຫຼຽນເງິນ “Silver Stevie® Winner” ຈາກງານ ອາຊີ – ປາຊີຟິກ Stevie Awards ປີ 2020;
- ໄດ້ຮັບລາງວັນ ລາງວັນຫຼຽນຄຳ “Gold Winner IT World Awards 2020” ຈາກງານລາງວັນໄອທີໂລກ (2020 IT World Awards Winners);
- ໄດ້ຮັບລາງວັນລາງວັນຫຼຽນທອງ “Bronze Stevie winner” ຈາກງານ ອາຊີ – ປາຊີຟິກ Stevie Awards ປີ 2020;
- ປີ 2021 ໄດ້ຮັບລາງວັນທອງຄໍາ ດ້ານທຸລະກິດ ລະດັບສາກົນຈາກ (IT World Awards) ລາງວັນ ຜະລິດຕະພັນ U-Office: “ລະບົບຄຸ້ມຄອງເອກະສານຫ້ອງການ ແລະ ບໍລິຫານ ດ້ວຍລະບົບ ອີເລັກໂຕຣນິກ ເພື່ອຄົນລາວ” ສະໜອງລາງວັນໂດຍ GOLD GLOBEE®️
- ປີ 2022 ໄດ້ຮັບລາງວັນທອງແດງ ດ້ານທຸລະກິດ ລະດັບສາກົນຈາກ (Stevie Awards) ລາງວັນ ຜະລິດຕະພັນ U-Office: “Mobile Office” ບໍລິຫານທຸລະກິດ ດ້ວຍລະບົບ ອີເລັກໂຕຣນິກ ສະໜອງໂດຍ The international Business Awards.

