ອັນໂຕນີໂອ ອິໂນກິ ຕຳນານມວຍປ້ຳຍີ່ປຸ່ນ ລາໂລກແລ້ວດ້ວຍໄວ 79 ປີ

ອັນໂຕນີໂອ ອິໂນກິ ຕຳນານນັກມວຍປ້ຳຍີ່ປຸ່ນ ອະດີດແຊ໊ມ WWF ປັດຈຸບັນເປັນ WWE ເສຍຊີວິດແລ້ວໃນໄວ 79 ປີ ດ້ວຍອາການຫົວໃຈລົ້ມເຫລວ ເຊິ່ງມີສາເຫດມາກຈາກໂຣກອະໄມລອຍໂດສິສ ອັນເປັນໂຣກທີ່ພົບໄດ້ຍາກ.

ຖະແຫລງການຈາກ WWE ລະບຸວ່າ : ‘‘ ພວກເຮົາຮູ້ສຶກເສົ້າທີ່ໄດ້ຮັບຂ່າວການຈາກໄປຂອງບຸຣຸສໃນຫໍກຽດຕິຍົດ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄວບຄົວ, ຫມູ່ເພື່ອນ ແລະ ແຟນມວຍຂອງຕຳນານນ ສັງວຽນຜ້າໃບລາຍນີ້ ’’.

ສຳລັບ ອິໂນກິ ເຄີຍຄອງແຊ໊ມ WWF ເມື່ອປີ 1979 ເຮັດໃຫ້ລາວກາຍເປັນນັກມວຍປ້ຳເອເຊຍຄົນທຳອິດທີ່ໄດ້ແຊ໊ມນີ້ນຳອີກ ແຕ່ການຕໍ່ສູ້ທີ່ມີຊື່ສຽງທີ່ສຸດຂອງ ອິໂນກິ ກໍຄືການປະທະກັນຂອງຕຳນານນັກມວຍຄື ມູຮຳຫມັດ ອາລີ ເມື່ອປີ 1976.

ດ້ານຊີວິດນອກສັງວຽນ ອິໂນກິ ໄດ້ຫັນຫລັງສູ່ເສັ້ນທາງການເມືອງ ແລະ ເຄີຍໄດ້ຮັບເລືອກໃຫ້ເປັນສະມາຊິກສະ ພານິຕິບັນຢັດແຫ່ງຊາດຂອງຍີ່ປຸ່ນເມື່ອປີ 1989 ນອກຈາກນີ້ ລາວຍັງເປັນຜູ້ກໍ່ຕັ້ງນິວເຈແປນໂຣເຣສລິງ (NGPW) ເຊິ່ງເປັນສະມາຄົມມວຍປ້ຳອາຊີບຂອງຍີ່ປຸ່ນນຳອີກ.