ພົບສົບຊ່າງໄຟຟ້າທີ່ຖືກໄຟຟ້າຊັອດ ໃນຂະນະເຮັດຂົວຂ້າມນໍ້າມ່າ ເມືອງແອດ ແຂວງຫົວພັນ

ວັນທີ 30 ກັນຍາ 2022 ຜ່ານມານີ້ ເກີດເຫດໄຟຟ້າຊັອດຊ່າງໄຟຟ້າ ທີມງານກໍ່ສ້າງຂົວຂ້າມນໍ້າມ່າ ບ້ານຊຽງຄູນ ເມືອງແອດ ແຂວງຫົວພັນ ໂດຍບໍ່ຮູ້ຊາຕາກຳ ຫລາຍພາກສ່ວນໄດ້ມີການຄົ້ນຫາ ແຕ່ບໍ່ພົບ.

ຫລ້າສຸດ ຫ້ອງການ ຖວທ ເມືອງແອດ ລາຍງານໃຫ້ຮູ້ວ່າ: ພົບສົບຊ່າງໄຟຟ້າທີ່ຖືກໄຟຊັອດແລ້ວ ຢູ່ຈຸດບ້ານລູ້ ເມືອງແອດ ແຂວງຫົວພັນ ຕອນເຊົ້າ ເວລາ9:00 ວັນທີ 2 ຕຸລາ 2022

ເຈົ້າໜ້າທີ່ກຳລັງຊັນນະສູດຫາປະຫວັດຂອງຜູ້ປະສົບເຫດຄັ້ງນີ້