ອິນໂດເນເຊຍເລັ່ງມອດ ໄຟໄໝ້ປ່າຫລາຍກວ່າ 500 ຈຸດ

ທາງການອິນໂດເນເຊຍເລັ່ງມອດໄຟໄໝ້ປ່າທີ່ເກີດຂຶ້ນຫລາຍກວ່າ 500 ຈຸດໃນຮອບ 24 ຊົ່ວໂມງ ໂດຍສ່ວນຫລາຍເປັນໄຟໄໝ້ປ່າທີ່ເກີດຂຶ້ນຈາກຝີມືມະນຸດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 22 ສິງຫາວ່າ: ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຂອງອິນໂດເນເຊຍ (BNPB) ລາຍງານໃນວັນທີ 22 ສິງຫາ ເລື່ອງການກວດພົບໄຟໄໝ້ປ່າຢ່າງໜ້ອຍ 538 ຈຸດ ພາຍໃນໄລຍະເວລາ 24 ຊົ່ວໂມງຜ່ານມາ ຖືວ່າຫລາຍທີ່ສຸດໃນປີນີ້ ໂດຍຈຳນວນດັ່ງກ່າວລວມທັງ 193 ຈຸດ ໃນພາກພື້ນກາລິມັນຕັນ ເກາະບໍນຽວ ແຂວງປາປົວນທີ່ຢູ່ທາງຕາເວັນອອກພົບຢ່າງໜ້ອຍ 143 ຈຸດ, ແຂວງສຸມາດຕາໃຕ້ 8 ຈຸດ, ແຂວງຣຽວ 3 ຈຸດ ແລະ ແຂວງຈຳບີຢ່າງໜ້ອຍ 1 ຈຸດ.
ເຖິງຢ່າງໃດກໍຕາມ, BNPB ເຊື່ອວ່າຈະສາມາດຄວບຄຸມສະຖານະການບໍ່ໃຫ້ຮຸນແຮງຊ້ຳຮອຍປີ 2015 ທີ່ລຸກລາມເປັນວິກິດໝອກຄວັນສ້າງຄວາມເດືອດຮ້ອນໃຫ້ແກ່ປະເທດໃກ້ຄຽງ ໂດຍສະເພາະສິງກະໂປ ແລະ ມາເລເຊຍ. ຂະນະທີ່ລັດຖະບານອິນໂດເນເຊຍປະກາດສະຖານະການສຸກເສີນຄວບຄຸມເກາະສຸມາດຕາ, ພາກກາງ, ພາກໃຕ້ ແລະ ພາກຕາເວັນຕົກຂອງພາກພື້ນກາລິມັນຕັນທີ່ຢູ່ເກາະບໍນຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຮັດວຽກຂອງເຈົ້າໜ້າທີ່.

