ວັນທີ 28 ກັນຍາ 2022 ນີ້ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ແລະ ສະຖາບັນຄົ້ນຄວ້າຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ ມົນລະພິດທາງອາກາດຈາກຮ້ານປີ້ງ ແລະ ການປະເມີນການປ່ອຍມົນລະພິດທາງອາກາດ ແລະ ກ໊າສເຮືອນແກ້ວ (GHGs) ໃນ ສປປ ລາວ ແລະ ນະຄອນຫຼວງວຽງຈັນ (ນວ) ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາກາວ ລີວົງສາ ຮອງອະທິການບໍດີ ມວສ, ທ່ານ ບົວແກ້ວ ສຸວັນທອງ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ວັນພະນອມ ສີຈະເລີນ ຄະນະບໍດີ ຄະນະສາທາລະນະສຸກສາດ ມວສ, ມີອົງການຈັດຕັ້ງສາກົນ ແລະ ພາກສ່ວນພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາກາວ ລີວົງສາ ໄດ້ກ່າວວ່າ: ຈາກຂໍ້ມູນຂອງອົງການອະນາໄມໂລກທີ່ຕີພິມເຜີຍແຜ່ໃນປີ 2018 ເຫັນວ່າມົນລະພິດທາງອາກາດເປັນສາເຫດເຮັດໃຫ້ ຄົນເສຍຊີວິດກ່ອນໄວອັນຄວນໃນທົ່ວໂລກເຖິງ 6,1 ລ້ານຄົນ, ໃນນີ້ 1,5 ລ້ານຄົນ ທີ່ເສຍຊີວິດກ່ອນໄວອັນຄວນ ຊຶ່ງມີສາເຫດມາຈາກຄວັນທີ່ມາຈາກການເຜົາໄໝ້ວັດຖຸ ຫຼື ເຊື້ອໄຟຊີວະພາບ (Black, 2010; World Health Organization, 2016). ການຫາຍໃຈເອົາຄວັນທີ່ມາຈາກການເຜົາໄໝ້ວັດຖຸຊີວະພາບນັ້ນເຊັ່ນ: ການເຜົາ ໄໝ້ໄມ້, ອາຈົມຂອງສັດ ຫຼື ຖ່ານ ຮ່າງກາຍຈະຮັບເອົາທາດພິດທີ່ແນມບໍ່ເຫັນດ້ວນຕາເປົ່າ ເປັນຕົ້ນແມ່ນ PM2.5 ຊຶ່ງຈະສົ່ງຜົນໃຫ້ເປັນພະຍາດທາງເດີນຫາຍໃຈ (Kelly and Fussell, 2015; Sigsgaard et al, 2015). ນອກຈາກນີ້, ຄວັນຈາກການເຜົາໄໝ້ ຍັງສ້າງມົນລະພິດທາງອາກາດ ແລະ ຍັງໄດ້ຖືກຢືນຢັນແລ້ວວ່າເປັນໜຶ່ງໃນສານທີ່ກໍ່ໃຫ້ເກີດມະເຮັງໃນຄົນ.
ໃນ ສປປລາວ, ການເສຍຊີວິດກ່ອນໄວອັນຄວນເນື່ອງຈາກມົນລະພິດທາງອາກາດຍັງສູງ ຖ້າສົມທຽບກັບບັນດາປະເທດໃນອາຊຽນ ຈາກການລາຍໃນໃນປີ 2019 ພົບວ່າ: ມີ 8.043 ຄົນ ທີ່ເສຍຊີວິດກ່ອນໄວອັນຄວນ ອັນເນື່ອງມາຈາກມົນລະພິດ ທາງອາກາດ (Global Disease Study, 2019). ການຄາດຄະເນມົນລະພິດທາງອາກາດ ໂດຍສະເພາະຝຸ່ນ PM2.5 ໃນ ສປປ ລາວ ມີເຖິງ 37,1 ພັນໂຕນ ໃນປີ 2019, ໃນນັ້ນ, 3,72 ພັນໂຕນແມ່ນຢູ່ ໃນ ນວ. ອາຫານປະເພດປີ້ງ ມີຄວາມນິຍົມເພີ່ມຂຶ້ນ ໃນ ສປປ ລາວ ໂດຍທົ່ວໄປແລ້ວ ເຕົາປີ້ງຈະຕັ້ງຢູ່ຕໍ່ໜ້າຮ້ານອາຫານ, ຢູ່ຕາມລໍ້ປີ້ງເຄື່ອນທີ່ ຊຶ່ງໄດ້ປົດປ່ອຍມົນລະພິດອອກສູ່ພາຍນອກ, ຖ່ານໄມ້ໄດ້ຖືກນໍາໃຊ້ຢ່າງແຜ່ຫຼາຍໃນບັນດາຮ້ານປີ້ງ ແລະ ລໍ້ປີ້ງແຄມທາງ ເນື່ອງຈາກມັນເປັນເຊື້ອໄຟທີ່ມີລາຄາຈັບຕ້ອງໄດ້ທົ່ວໄປສຳລັບການປີ້ງອາຫານ. ແຕ່ວ່າການເຜົາໄໝ້ຖ່ານນັ້ນໄດ້ສ້າງມົນລະພິດທາງອາກາດຢ່າງຫຼວງຫຼາຍ ແລະ ສົ່ງຜົນສະທ້ອນຕໍ່ສຸຂະພາບຂອງຄົນ ລວມທັງເປັນສານກໍ່ໃຫ້ເກີດມະເຮັງ, ພ້ອມນີ້ ຍັງສົ່ງຜົນເຮັດໃຫ້ເກີດມົນລະພິດທາງດ້ານອາກາດອ້ອມຮອບ ນວ ໃນລະດັບສູງ.
ສະນັ້ນ, ຈຳເປັນ ຕ້ອງໄດ້ດຳເນີນການ ຫຼື ມາດຕະການຄຸ້ມຄອງເພີ່ມເຕີມ ເພື່ອສ້າງຄວາມຮູ້ ແລະ ປູກຈິດສຳນຶກໃຫ້ກັບທຸກຄົນຕໍ່ກັບ ຜົນກະທົບທາງດ້ານສຸຂະພາບ ທີ່ອາດເກີດຂຶ້ນຈາກການສຳຜັດກັບຝຸ່ນລະອອງທຸກຮູບແບບຈາກການເຜົາໄໝ້, ໂດຍສະເພາະ PM2.5 ແລະ ການນຳໃຊ້ອຸປະກອນ ປ້ອງກັນຄວັນໄຟຈາກການປີ້ງໃຫ້ກັບແຮງງານປີ້ງອາຫານທຸກຄົນ, ພ້ອມດຽວກັນນີ້, ຍັງຕ້ອງເພີ່ມທະວີການລົງທະບຽນແຮງງານນອກລະບົບເຫຼົ່ານີ້ ໃຫ້ເຂົ້າຢູ່ໃນລະບົບປະກັນສຸຂະພາບແຫ່ງຊາດ.
ກອງປະຊຸມຄັ້ງນິີ້, ຍັງໄດ້ລາຍງານການຄົ້ນຄວ້າແບບປະລິມານ, ຄຸນນະພາບກ່ຽວກັບມົນລະພິດທາງອາກາດໃນຮ້ານປີ້ງ ໃນ ສປປ ລາວ ໂດຍເນັ້ນໃສ່ຄວາມກ່ຽວຂ້ອງບັນຫາຄວາມບໍ່ສະເໝີພາບ ແລະ ບົດບາດຍິງ-ຊາຍ, ໂດຍການສະໜັບສະໜູນຈາກ: ສູນຄົ້ນຄວ້າເພື່ອການພັດທະນາສາກົນ (International Development Research Centre IDRC).