ເປີດເຜີຍຕົວເລກງົບຈັດບານໂລກ ກາຕາ 2022 ສູງກວ່າ 4 ປີ ກ່ອນ 20 ເທົ່າ

ເປີດເຜີຍຕົວເລກງົບປະມານທີ່ປະເທດກາຕາໃຊ້ໃນການຈັດການແຂ່ງຂັນບານເຕະໂລກ 2022 ເປັນຕົວເລກກວ່າ 200,000 ລ້ານໂດລາສະຫະລັດ ເຊິ່ງເປັນຕົວເລກທີ່ຫລາຍກວ່າ ຣັສເຊຍ ໃຊ້ຈັດບານໂລກປີ 2018 ຫລາຍເຖິງ 20 ເທົ່າ.

ໂດຍ ຟາດມາ ອັລ ນູໄອມີ ຜູ້ອຳນວຍການສື່ສານບານໂລກ ກາຕາ 2022 ລະບຸວ່າ ‘‘ ການເປັນເຈົ້າພາບບານໂລກ ເປັນສ່ວນ ໜຶ່ງຂອງກົນລະຍຸດ ກາຕາ ເນຊັນແນວລ ວີຊັນ 2030 ເຊິ່ງລັດຖະບານໃຊ້ໂອກາດນີ້ໃນການເສີມສ້າງ ແລະ ພັດທະນາສາທາ ລະນູປະໂພກ ສິ່ງອຳນວຍຄວາມສະດວກຕ່າງໃນເມືອງ ແລະ ລະດັບນາໆຊາດ ຕົວເລກ 200,000 ລ້ານໂດລາສະຫະລັດ ເປັນສ່ວນໜຶ່ງຂອງຄວາມທະເຍີທະຍານໃນການພັດທະນາປະເທດໃຫ້ທັນສະໄຫມຂອງກາຕາ ໂຄງ້ສາງພື້ນຖານຕ່າງໆເຫລ່ົາ ນີ້ບໍ່ວ່າຈະເປັນ ຖະໜົນສາຍໃຫມ່, ລົດໄຟໃຕ້ດິນ, ສະໜາມບິນ ໂຮງແຮມ ເປັນແຜນງານທີ່ເຮົາກຽມໄວ້ກ່ອນ ຮັບສິດເປັນເຈົ້າພາບບານໂລກ ’’.

ເມື່ອເດືອນພຶດສະພາ 2019 ກາຕາ ເປີດເຮັດການລົດໄຟໃຕ້ດິນ ເຊິ່ງມີມູນຄ່າເຖິງ 3,600 ລ້ານໂດລາສະຫະລັດ ຂະນະທີ່ສະໜາມ ບິນ ຮາມັດ ອິນເຕີເນຊັນແນລ ເປີດເຮັດການໃນປີ 2014 ໄດ້ຮັບການຍົກລະດັບເພື່ອຮັບບານໂລກໄປອີກ 1,600 ລ້ານໂດ ລາສະຫະລັດ.

ລາຍງານລະບຸວ່າ ຣັສເຊຍ ໃຊ້ງົບປະມານໃນບານໂລກເມື່ອ 4 ປີກ່ອນໄປພຽງ 11,000 ລ້ານໂດລາສະຫະລັດ ເຊິ່ງຫນ້ອຍກວ່າ ຕອນທີ່ບຣາຊິລ ເປັນເຈົ້າພາບບານໂລກໃນປີ 2014 ທີ່ໃຊ້ງົບປະມານໄປ 15,000 ລ້ານໂດລາສະຫະລັດ ສ່ວນ ບານໂລກປີ 2010 ທີ່ອາຟຣິກາໃຕ້ ໃຊ້ງົບປະມານໜ້ອຍກວ່າ 3,600 ລ້ານໂດລາສະຫະລັດ.

ຢ້ອນຫລັງໄປບານໂລກ 2006 ທີ່ເຢຍລະມັນ ໃຊ້ງົບປະມານ 4,300 ລ້ານໂດລາສະຫະລັດ, ບານໂລກ 2022 ທີ່ຍີ່ປຸນ-ສ.ເກົາຫລີ ເປັນເຈົ້າພາບຮ່ວມ ໃຊ້ງົບປະມານ 7,000 ລ້ານໂດລາສະຫະລັດ, ບານໂລກ 1998 ທີ່ຝຣັ່ງ ໃຊ້ງົບປະມານ 2,300 ລ້ານໂດລາສະຫະລັດ ແລະ ບານໂລກ 1994 ທີ່ສະຫະລັດອາເມລິກາ ໃຊ້ງົບປະມານພຽງ 500 ລ້ານໂດລາສະຫະລັດເທົ່ານັ້ນ.