ວັນທີ 27 ກັນຍາ 2022 ນີ້ ແຂວງອັດຕະປື ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 9 ເດືອນ 2022 ຜ່ານມາ ແລະ ວາງທິດທາງແຜນການ 3 ເດືອນໃນຕໍ່ໜ້າ ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີບັນດາຄະນະຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ຂັ້ນແຂວງ, ເມືອງເຂົ້າຮ່ວມ.
ທ່ານ ພັທ ໄຊຊະນະ ທໍາມະສິດ ຮອງກອງບັນຊາການ ປກສ ແຂວງ ໄດ້ລາຍງານຜົນສໍາເລັດການຈັດຕັ້ງປະຕິບັດແກ້ໄຂວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນທົ່ວແຂວງ ຊຶ່ງໃນໄລຍະ 9 ເດືອນຜ່ານມາ ຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ເມືອງ ໄດ້ຖືສຳຄັນວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ເຊື່ອມຊຶມບັນດາເອກະສານ ທີ່ກ່ຽວຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ສະກັດກັ້ນບັນຫາຢາເສບຕິດ ແລະ ຜົນຮ້າຍຂອງຢາເສບຕິດ ໂດຍໄດ້ສຸມໃສ່ບັນດາສະຖາບັນການສຶກສາ ແລະ ກຸ່ມບ້ານ.
ໃນໄລຍະ 9 ເດືອນຜ່ານມາ ສາມາດແກ້ໄຂມ້າງຄະດີຄ້າຂາຍຢາເສບຕິດໄດ້ທັງໝົດ 110 ເລື່ອງ, ຈັບຜູ້ຖືກຫາໄດ້ 171 ຄົນ ຍິງ 29 ຄົນ, ຕ່າງປະເທດ 4 ຄົນ, ສັນຊາດ (ຫວຽດນາມ), ຢຶດຂອງກາງຢາບ້າໄດ້ 45.300 ແມັດ, ເງິນກີບ 77.002.000 ກີບ, ໂທລະສັບ 119 ໜ່ວຍ, ລົດຈັກ 27 ຄັນ, ລົດໃຫຍ່ 3 ຄັນ, ປືນແກັບ 7 ກະບອກ, ປືນສັ້ນ 1 ກະບອກ, ໂມງ 2 ໜ່ວຍ ແລະ ແຫວນ 1 ວົງ. ໄດ້ຂຶ້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບເສບຕິດ ລາຍຍ່ອຍ, ລາຍກາງ ໃນທົ່ວແຂວງໄດ້ຫຼາຍເປົ້າໝາຍຕື່ມອີກ.
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ປຶກສາຫາລື, ອອກຄໍາຄິດຄໍາເຫັນຕໍ່ກັບປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອຫາວິທີການແກ້ໄຂຮ່ວມກັນ, ເປັນເຈົ້າການສະກັດກັ້ນ ບັນຫາຢາເສບຕິດໄດ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປ.
ຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານເຈົ້າແຂວງ ຊຶ່ງທ່ານໄດ້ສະແດງຄວມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ ໃນຫຼາຍດ້ານທີ່ໂດດເດັ່ນ ເປັນຕົ້ນແມ່ນການແກ້ໄຂ ທັບມ້າງຄະດີກ່ຽວກັບຢາເສບຕິດ ແລະ ໄດ້ເນັ້ນໜັກ ໃຫ້ຜູ້ແທນກອງປະຊຸມເອົາໃຈໃສ່ສືບຕໍ່ເຜີຍແຜ່ບັນດາເອກະສານທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂສະກັດກັ້ນບັນຫາຢາເສບຕິດ, ສືບຕໍ່ຂະຫຍາຍກໍາລັງລົງສູ້ຮາກຖານ, ຕິດຕາມ, ກວດກາ ແລະ ຊີ້ນຳ ໂດຍເລັ່ງໃສ່ບັນດາກຸ່ມບ້ານ, ປະສານສົມທົບກັບບ້ານ, ບັນດາກຸ່ມໃຊ້ແຮງງານ ແລະ ນັກຮຽນ-ນັກສຶກສາ ຢ່າງໃກ້ຊິດ ເພື່ອສືບຫາເບາະແສ, ເຜີຍແຜ່ ແລະ ອົບຮົມໃຫ້ເຂົ້າໃຈ, ຮູ້ເຖິງຜົນຮ້າຍຂອງຢາເສບຕິດ ແລະ ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມ, ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນເພີ່ມທະວີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.