ເວນເກີ ອວຍພອນທີມເກົ່າ ເຊື່ອປີນີ້ ອາເຊນອລ ມາເອົາແຊ໊ມພຣີເມຍລີກ

ຈາກສະພາບທີມ ແລະ ອົງປະກອບຫລາຍຢ່າງເຮັດໃຫ້ອະດີດຜູ້ຈັດການທີມອາເຊນອລ ເຖິງຂັ້ນລັ່ນວາຈາຜ່ານສື່ວ່າ ອາເຊນອລ ຈະບໍ່ໄດ້ພຽງຫວັງຕິດອັນດັບ 4 ອີກແລ້ວ ມັນຈະດີພໍເຖິງການຄວ້າແຊ໊ມ ພຣີເມຍລີກ ເຊິ່ງຖືເປັນສິ່ງທີ່ແຟນບານຄອຍຖ້າມາດົນ ຫລັງສະໄຫມສຸດທ້າຍເກີດຂຶ້ນໃນໄລຍະປີ 2004.
ລາວໄດ້ເປີດເຜີຍກັບ ສະປາຍ ສະປອດ ເອົາໄວ້ວ່າ : ‘‘ ຂ້ອຍຢາກຈະເວົ້າວ່າ ອາເຊນອລ ມີໂອກາດທີ່ດີຫລາຍໃນລະດູການນີ້ ເນື່ອງຈາກຂ້ອຍບໍ່ເຄີຍເຫັນແບບນີ້ມາກ່ອນ ຂ້ອຍເຊື່ອວ່າພວກເຂົາຈະມີໂອກາດທີ່ດີຫລາຍ ແນ່ນອນວ່າມັນເປັນສິ່ງທີ່ດີ ແລະ ເປັນປີທີ່ພິເສດ ມີບານໂລກ 2020 ມາຂັ້ນກາງ ແລະ ເຈົ້າບໍ່ຮູ້ວ່າຜົນການແຂ່ງຂັນຂອງແຕ່ລະຄົນຈະແນວໃດຕໍ່ໄປ ແຕ່ພາບ ລວມແລ້ວພວກເຂົາມີໂອກາດດີຫລາຍທີ່ຈະຫວັງຄວ້າແຊ໊ມ ’’.
ສຳລັບລູກທີມຂອງ ມິເກລ ອາເຕຕາ ລົງຫລິ້ນໄປແລ້ວ 7 ເກມໃນລະດູການນີ້ ຊະນະຫລາຍເຖິງ 7 ເກມ ແລະ ເສຍພຽງ 1 ນັດ ເທົ່ານັ້ນ ເຊິ່ງເປັນການເວຍໃຫ້ກັບ ແມນເຊສເຕີ ຢູໄນເຕັດ ຂອງ ເອຣິກ ເທນ ຮາກ ເມື່ອຕົ້ນເດືອນກັນຍາທີ່ຜ່ານມາ ໂດຍເກມຕໍ່ ໄປຂອງພວກເຂົາຈະຫລິ້ນໃນຖິ່ນຂອງຕົນເອງຕ້ອນຮັບການມາຢາມຂອງ ທັອດແນມ ຮັອດສະເປີ ໃນເສິກລອນດອນ ດາບີ ເກມ ໃນວັນທີ 1 ຕຸລານີ້.

