ຣັດເຊຍ ຢືນຢັນບໍ່ເຂົ້າຮ່ວມ EURO 2024 ຮອບຄັດເລືອກ ຫລັງຖືກ ຢູຟ່າ ສັ່ງແບນ ຈາກການນຳທະຫານເຂົ້າຮຸກຮານ ຢູເຄຣນ

ສະຫະພັນບານເຕະຣັດເຊຍ (RFU) ອອກມາປະກາດແລ້ວວ່າ ພວກເຂົາຈະບໍ່ເຂົ້າຮ່ວມການແຂ່ງຂັນບານເຕະຊິງແຊ້ມເອີຣົບ ຢູໂຣ 2024 ຢ່າງເປັນທາງການ. ເນື່ອງຈາກການລົງໂທດຂອງ ຢູຟ່າ ຕໍ່ລັດຖະບານຂອງປະເທດ ໄດ້ນຳພາທະຫານໄປບຸກໂຈມຕີຢູເຄຣນໃນເດືອນກຸມພາທີ່ຜ່ານມາ.
ໃນວັນທີ 9 ເດືອນຕຸລາ 2022, ຜູ້ຈັດການແຂ່ງຂັນ ຊິງແຊ້ມເອີຣົບ ໄດ້ຈັບສະຫລາກເພື່ອຄັດເລືອກເອົາທີມແຂ່ງຂັນຮອບຄັດເລືອກ. ທີ່ ແຟຣັງເຟິດ, ເຢຍລະມັນ, ແຕ່ກ່ອນຈະຮອດມື້ນັ້ນ, RFU ໄດ້ແຈ້ງວ່າທີມຊາດຣັດເຊຍ ຈະບໍ່ເຂົ້າຮ່ວມໃນການຈັບສະຫລາກຮອບຄັດເລືອກ. ເພື່ອຍາດເອົາໂຄຕ້າບານເຕະໃນຮອບຊີງຊະນະເລີດຢູໂຣ 2024 ຢ່າງແນ່ນອນ.
ຖະແຫລງການຈາກ RFU ກ່າວວ່າ “ທີມຊາດຣັດເຊຍ ຈະບໍ່ເຂົ້າຮ່ວມໃນການຈັບສະຫລາກສໍາລັບການແຂ່ງຂັນຊິງແຊ້ມເອີຣົບ 2024 ທີ່ຈະຈັດຂຶ້ນໃນວັນທີ 9 ຕຸລາທີ່ ແຟຣັງເຟິດ. ເຫດຜົນແມ່ນການຕັດສິນໃຈຂອງ UEFA ໃນເດືອນກຸມພາ. ທີ່ສັ່ງໂຈະການເຂົ້າຮ່ວມຂອງຣັດເຊຍ ແລະ ສະໂມສອນຕ່າງໆ ໃນການແຂ່ງຂັນຂອງຂອງອົງກອນ ຄໍາສັ່ງນີ້ມີຜົນບັງຄັບໃຊ້ໃນປັດຈຸບັນ. ຈົນກວ່າຈະມີການປະກາດຕື່ມອີກ.”
ການປະກາດດັ່ງກ່າວມີຂຶ້ນຫລັງຈາກ RFU ແລະ UEFA ໄດ້ປຶກສາຫາລືກັນ ແລະ ໄດ້ຄວາມເຫັນດີເຫັນພ້ອມ. ດັ່ງນັ້ນທັບ “ໝີຂາວ” ຈະບໍ່ມີສິດເຂົ້າແຂ່ງຂັນໃນລາຍການ ຢູໂຣ 2024 ທີ່ເຢຍລະມັນ ເປັນເຈົ້າພາບ ລະຫວ່າງວັນທີ 14 ມິຖຸນາ ຫາ 14 ກໍລະກົດ 2024.

