ຈີນພັດທະນາສາຍພັນ “ເຂົ້າປະສົມຍັກ” ສູງເກືອບ 2 ແມັດ ໃຫ້ຜົນຜະລິດຫລາຍກວ່າ

ຊາວນາຈີນໃນມົນທົນກຸ້ຍໂຈ ກຽມເກັບກ່ຽວເຂົ້າປະສົມຂະໜາດຍັກ ລຳຕົ້ນມີຄວາມສູງເກືອບ 2 ແມັດ.
ວັນທີ 20 ກັນຍາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ເຂົ້າປະສົມຍັກສາຍພັນໜຶ່ງ ເຊິ່ງສາມາດເຕີບໃຫຍ່ສູງ 1,9 ແມັດ ຫວ່ານໃນນາຕົວແບບຂະໜາດ 1,6 ໄລ່ ໃນບ້ານຊານໂຈ ມົນທົນກຸ້ຍໂຈ ທາງຕາເວັນຕົກສຽງໃຕ້ຂອງຈີນ ໃນເດືອນພຶດສະພາຜ່ານມາ ແລະ ກຳລັງເຂົ້າສູ່ລະດູການເກັບກ່ຽວແລ້ວ.
ທັງນີ້, ຈີນມີສິດໃນຊັບສິນທາງປັນຍາຂອງເຂົ້າປະສົມຍັກໂດຍສົມບູນ, ເຂົ້າປະເພດນີ້ມີຄວາມສູງ 1,8-2,2 ແມັດ ສູງເປັນສອງເທົ່າຂອງເຂົ້າສາຍພັນທຳມະດາ ທັງມີຮວງຂະໜາດໃຫຍ່ ແລະ ເມັດຫລາຍກວ່າ ແລະ ຜົນຜະລິດອາດສູງເຖິງ 1.200 ກິໂລຕໍ່ 0,41 ໄລ່ ໃນລະດູການດຽວ. ນອກຈາກທົນຄວາມແຫ້ງແລ້ງ, ນ້ຳທະເລ ແລະ ຄວາມເຄັມແລ້ວ ເຂົ້າປະສົມຍັກຍັງສາມາດໃຫ້ຮົ່ມ ແລະ ເປັນທີ່ຢູ່ອາໄສຂອງສັດຫລາຍຊະນິດເຊັ່ນ: ກົບ ເຊິ່ງສາມາດສົ່ງເສີມການປູກຝັງທາງນິເວດ ແລະ ເພີ່ມຜົນຜະລິດຂອງນາເຂົ້າມະຫາສານ.
ທ່ານ ສື ອາສີຊາງ ກະສິກອນຜູ້ປູກເຂົ້າປະສົມຍັກໃນບ້ານຊານໂຈ ເລົ່າວ່າ: ເຂົ້າທີ່ປູກໃຫ້ຜົນຜະລິດສູງ ແລະ ເຕີບໃຫຍ່ໄວ, ເຂົ້າຕົ້ນໜຶ່ງມີໜໍ່ຫລາຍກວ່າ 60 ໜໍ່ ແຕ່ລະຮວງເຂົ້າມີເມັດປະມານ 460 ເມັດ ແລະ ໃຫ້ຜົນຜະລິດສູງເຖິງ 800 ກິໂລຕໍ່ 0,41 ໄລ່ ໂດຍຈະມີການສົ່ງເສີມການປູກເຂົ້າພັນຍັກນີ້ທົ່ວພື້ນທີ່ໃນອະນາຄົດ.

