ສະຫະລັດ ມີຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງ 24,000 ຄົນ

ສຳນັກຂ່າວຊິນຫົວລາຍງານໃນວັນທີ 19 ກັນຍາ 2022 ໃຫ້ຮູ້ວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ລາຍງານຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ໄດ້ຮັບການຢືນຢັນຜົນທົ່ວປະເທດເກືອບ 24,000 ຄົນ.
ປັດຈຸບັນ ລັດແຄລິຟໍເນຍ ເປັນລັດທີ່ມີຈຳນວນຜູ້ຕິດເຊື້ອຫລາຍທີ່ສຸດ 4,656 ຄົນ, ນິວຢອກ 3,755 ຄົນ ແລະ ຟໍຣິດາ 2,398 ຄົນ, ຜູ້ທີ່ຕິດເຊື້ອຈະເຊົາເອງໃນ 2-4 ອາທິດ ໂດຍອົງການອະນາໄມໂລກລະບຸວ່າ: ພະຍາດນີ້ມີອັດຕາການເສຍຊີວິດຕໍ່າ, ຜູ້ທີ່ມີພູມຄຸ້ມກັນບົກພ່ອງມີທ່າອ່ຽງເກີດອາການຂັ້ນຮຸນແຮງ

