ຈັບເປົ້າໝາຍຮັບຂົນສົ່ງກັນຊາອັດແທ່ງ 102 ກິໂລກຣາມ ຄັ້ງນີ້ເປັນຄັ້ງທີ 2 ແຕ່ໄປບໍ່ລອດ

ຂ່າວໜັງສືພິມຄວາມສະຫງົບລາຍງານໃຫ້ຮູ້ວ່າ: ວັນທີ 9 ກັນຍາ 2022 ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຫີນບູນ ແຂວງຄໍາມ່ວນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ຕິດຕາມເປົ້າໝາຍຄ້າຂາຍຢາເສບຕິດຂອບເຂດບ້ານໂພນຄໍ້ ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ພ້ອມທັງນໍາຕົວເຂົ້າກວດຄົ້ນເຄຫະສະຖານພົບເຫັນຢາເສບຕິດ ປະເພດກັນຊາອັດແທ່ງ 4 ຖົງ ນໍ້າໜັກ 102 ກິໂລກຣາມ ທີ່ປະໄວ້ຢູ່ໃນເຮືອຈັກຢູ່ແຄມນໍ້າ ເພື່ອລໍຖ້າໃຫ້ຜູ້ຮ່ວມຂະບວນການຢູ່ປະເທດເພື່ອນບ້ານມາຮັບ.
ຜ່ານການສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ຕໍາຫຼວດ ຈຶ່ງຮູ້ວ່າ: ຜູ້ຖືກຫາຊື່ທ້າວ ສົມໝາຍ ອາຍຸ 29 ປີ ຢູ່ບ້ານໂພນຄໍ້ ເຊິ່ງຜູ້ກ່ຽວຮັບສາລະພາບວ່າ ຂອງກາງປະເພດ ກັນຊາຈໍານວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ ແລະ ກ່ອນທີ່ຈະຖືກກັກຕົວແມ່ນໄດ້ລັກລອບເຮັດມາແລ້ວ 2 ຄັ້ງ ຄື:ຄັ້ງທີ1 ໃນວັນທີ 5 ກັນຍາ 2022 ເວລາປະມານ 12:00 ໂມງ ໄດ້ມີຄົນໄທບໍ່ຮູ້ຊື່ ໂທລະສັບມາຫາໃຫ້ໄປເອົາກັນຊາໄປສົ່ງຢູ່ບ່ອນນັດໝາຍ 100 ກິໂລກຣາມ ນໍາຜູ້ຮ່ວມຂະບວນການບໍ່ຮູ້ຊື່ເປັນຄົນຢູ່ທາງແບ່ງຫຼັກ 20 ແລະ ຜູ້ກ່ຽວແມ່ນໄດ້ຂີ່ລົດຟໍຈູນເນີ ອໍນິວ ສີຂາວ ບໍ່ຕິດປ້າຍທະບຽນ ມາສົ່ງກັນຊາຢູ່ໃນຈຸດທີ່ໄດ້ນັດໝາຍກັນໄວ້ ຢູ່ທ່າແຄມຂອງເໜືອບ້ານໂພນຄໍ້ ໂດຍຖິ້ມປະໄວ້.
ຈາກນັ້ນ, ຕົນເອງກໍໄປຂົນເອົາກັນຊາ 4 ຖົງ ລົງໃສ່ເຮືອຈັກຫາງຍາວຂ້າມໄປປະໄວ້ຢູ່ດອນ ແລ້ວມີເຮືອຄົນໄທຂີ່ມາຮັບເອົງ ໂດຍໄດ້ຮັບຄ່າຈ້າງ 7.000 ບາດ;
ຄັ້ງທີ 2 ແມ່ນໃນວັນທີ 8 ກັນຍາ 2022 ເວລາປະມານ 8:00 ໂມງ ໄດ້ໄປຮັບເອົາກັນຊານໍາຜູ້ເກົ່າອີກ ໂດຍໄດ້ຄ່າຈ້າງ 4.000 ບາດ.
ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງຫີນບູນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ມອບໃຫ້ກອງບັນຊາການ ປກສ ແຂວງຄໍາມ່ວນ ດໍາເນີນຄະດີ ເພື່ອສອບສວນຫາຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍ.