9 ຕົວຊ່ວຍດັບກິ່ນປາກ ຫາໄດ້ງ່າຍໆຕາມນີ້

ກິ່ນປາກ ຫຼາຍຄົນອາດພົບກັບບັນຫານີ້ ໂດຍສະເພາະເວລາທີ່ກິນອາຫານທີ່ມີລົດຊາດ ຫຼື ມີກິ່ນທີ່ບໍ່ພຶງປະສົງ, ນອກນັ້ນກໍເກີດຈາກສາເຫດອື່ນໆອີກ ບໍ່ວ່າຈະເປັນການເບິ່ງແຍງຮັກສາບໍ່ດີ, ເປັນແຂ້ວແມງ, ສະນັ້ນກິ່ນປາກຖືເປັນບັນຫາກວນໃຈທີ່ເກີດຂຶ້ນໄດ້ ບາງຄົນອາດບໍ່ຮູ້ຕົວ.ມື້ນີ້ເຮົາມາຮູ້ຈັກກັບ 9 ຕົວຊ່ວຍໃນການຫຼຸດກິ່ນປາກ ຫຼື ດັບກິ່ນປາກກັນເລີຍ
1 ໝາກນາວ ໃຫ້ບີບໝາກນາວ 2 – 3 ຢອດ ລົງໃນປາກ ຫຼື ດື່ມນໍ້າໝາກນາວກໍໄດ້
- ດື່ມນໍ້າຊາອຸ່ນໆກໍສາມາດຊ່ວຍໄດ້
- ດື່ມນໍ້າຂີງກໍສາມາດຊ່ວຍໄດ້
- ກິນຜັກຫອມລາບກ້ານກໍ່າ ຈະຊ່ວຍດັບກິ່ນປາກໄດ້
- ໝາກແອັບເປິ້ນ ຊ່ວຍເຮັດຄວາມສະອາດຊ່ອງປາກ ຊ່ວຍຫຼຸດແບັດທີເຣຍໃນເຫືອກ ແລະ ແຂ້ວ
- ໝາກສີດາ ມີວິຕາມິນຊີສູງ ກິນແລ້ວກໍສາມາດຊ່ວຍດັບກິ່ນປາກໄດ້
- ໝາກແຕງແຄນຕາລຸບ ກິນແຊບ ມີກິ່ນຫອມ ແລະ ຊ່ວຍດັບກິ່ນປາກໄດ້
- ຜັກຫອມເປ ກໍຊ່ວຍດັບກິ່ນໄດ້
- ໝາກສະຕໍເບີຣິ ກໍຊ່ວຍໄດ້.

