ເອັມບັບເປ ຂຶ້ນແທ່ນນັກເຕະລາຍໄດ້ຫລາຍທີ່ສຸດປີ 2022

ຜົນສຳຫລວດເປີດເຜີຍວ່າ ຄີລຽນ ເອັມບັບເປ ດາວຍິງຂອງ ປາຣີສ ແຊັງ ແຊັກແມັງ ຂຶ້ນແທ່ນນັກເຕະທີ່ມີລາຍໄດ້ສູງສຸດໃນປີ 2022 ລວມຄ່າເມື່ອຍ ແລະ ລາຍໄດ້ອື່ນໆແລ້ວຢູ່ທີ່ 103,3 ລ້ານປອນ, ສ່ວນ ຄຣິສຕຽນໂນ ໂຣນັລໂດ ແລະ ລີໂອເນລ ເມສຊີ ຕາມາເປັນອັນດັບ 2 ແລະ 3.
‘‘ Sportico ’’ ສື່ກິລາຊື່ດັງເປີດເຜີຍຜົນສຳຫລວດນັກເຕະບານອາຊີບທີ່ມີລາຍໄດ້ຫລາຍທີ່ສຸດໃນປີ 2022 ນັບລວມທັງເງິນຄ່າເມື່ອຍ ແລະ ລາຍໄດ້ອື່ນໆ ນອກສະໜາມ ຜົນປາກົດວ່າ ຄີລຽນ ເອັມບັບເປ ດາວຍິງຕົວເກ່ັງຂອງ ປາຣີສ ແຊັງ ແຊັກແມັງ ທີມໃຫຍ່ແຫ່ງ ລີກ ເອິງ ນັ່ງແທ່ນອັນດັບ 1 ດ້ວຍຕົວເລກ 108,3 ລ້ານປອນ.
ດາວຍິງທີມຊາດຝຣັ່ງ ອາຍຸ 23 ປີ ຫາກໍຕໍ່ສັນຍາສະບັບໃຫມ່ມູນຄ່າກວ່າ 500 ລ້ານປອນ ກັບ ເປແອສເຊ ໄປໃນໄລຍະກ່ອນເລີ່ມຕົ້ນລະດູການນີ້ ນັ້ນຫມາຍຄວາມວ່າ ລາວຈະໄດ້ຮັບຄ່າເມື່ອຍເຖິງປີລະ 91 ລ້ານປອນ ບວກກັບລາຍໄດ້ອື່ນໆ ນອກສະໜາມອີກ 17,3 ລ້ານປອນ ສົ່ງຜົນໃຫ້ປີນີ້ ເອັມບັບເປ ຈະມີລາຍໄດ້ລວມສູງເຖິງ 108,3 ລ້ານປອນ ເຊິ່ງຖືເປັນອັນດັບ 1.
ສ່ວນ ຄຣິສຕຽນໂນ ໂຣນັລໂດ ດາວຍິງຂອງ ແມນເຊສເຕີ ຢູໄນເຕັດ ຕາມມາເປັນອັນດັບ 2 ດ້ວຍຕົວເລກ 97,9 ລ້ານປອນ ອັນດັບ 3 ເປັນ ລີໂອເນລ ເມສຊີ ດາວຍິງ ເປແອສເຊ ຮັບລາຍໄດ້ທີ່ 95,3 ລ້ານປອນ ແລະ ໂມຮາເຫມັດ ຊາລາ ກອງໜ້າ ລີເວີພູລ ຢູ່ອັນດັບ 5 ຮັບລາຍໄດ້ 34,2 ລ້ານປອນ ຂະນະທີ່ອັນດັບ 6-10 ປະກອບດ້ວຍ ເອແດນ ອາຊາ, ອັນດຣຽສ ອີນຽສຕາ, ຣາຮິມ ສະເຕີລິງ, ເຄວິນ ເດິ ບຣອຍ ແລະ ອອງຕວນ ກຣີສມັນ ຕາມລຳດັບ.

