ຣຽວ ມາດຣິດ ມີແຜນຈັດເກມພິເສດລະຫວ່າງ ເຟເດີເຣີ-ນາດາລ

ອີເອສພີເອັນ ສື່ກິລາຊື່ດັງລະບຸວ່າ : ຣຽວ ມາດຣິດ ຄິດຈັດເກມພິເສດລະຫວ່າງ ໂຣເຈີ ເຟເດີເຣີ ກັບ ຣາຟາເອລ ນາດາລ ທີ່ສະຫນາມຂອງຕົນເອງ ຫລັງຈາກ ເຟເດີເຣີ ກຽມທີ່ຈະແຂວນແຣັກເກດແລ້ວ.
ເຟເດີເຣີ ຫາກໍປະກາດໄປເມື່ອບໍ່ດົນມານີ້ວ່າ ລາວຈະເຊົາຫລິ້ນເທັນນິສອາຊີບທັນທີທີ່ຈົບການແຂ່ງຂັນ ເລເວີ ຄັພ ເຊິ່ງເປັນການພົບກັນລະຫວ່າງທີມເທັນນິສຈາກທະີບຢູໂຣບ ແລະ ຈາກທະວີບ ອື່ນໆທົ່ວໂລກ ໂດຍລາຍການທີ່ວ່າຈະ ແຂ່ງຂັນໃນລະຫວ່າງວັນທີ 23-25 ກັນຍານີ້.
ປັດຈຸບັນ ຊານຕີອາໂກ ເບນາເບລ ພວມເຮັດການບູລະນະຢູ່ ເຊິ່ງຫາກສຳເລັດແລ້ວ ມັນກໍຈະມີຄວາມທັນສະໄຫມຫລາຍຢ່າງ ເຊ່ັນ : ການສະລັບພື້ນສະໜາມໄດ້ຕາມຄວາມຕ້ອງການ ເຊິ່ງຈະສົ່ງຜົນໃຫ້ສາມາດຫລິ້ນເທັນນິສກັບ ບານບ້ວງ ພາຍໃນສະໜາມໄດ້ຢ່າງ ງ່າຍດາຍ ແລະ ນັ້ນກໍເຮັດໃຫ້ສະໜາມ ຊານຕີອາໂກ ເບນາເບລ ມີຄວາມຄິດທີ່ຈະຈັດເກມພິເສດລະຫວ່າງ 2 ຜູ້ຫລິ້ນຜູ້ຍິ່ງໃຫຍ່ ແຫ່ງວົງການເທັນນິສນັ້ນເອງ ແຕ່ກໍບໍ່ມີຂໍ້ມູນວ່າພວກເຂົາຄິດທີ່ຈະໃຫ້ເກມນີ້ມີຂຶ້ນເມື່ອໃດ.
ສຳລັບ ນາດາລ ນັ້ນ ມີຄວາມຜູກພັນກັບ ສະໂມສອນ ຣຽວ ມາດຣິດ ຢ່າງຫລາຍ ເພາະລາວເປັນແຟນບານຕົວຈິງຂອງທີມນັ້ນເອງ ໂດຍປັດຈຸບັນ ຊານຕີອາໂກ ເບນາເບລ ຮອງຮັບຜູ້ຊົມໄດ້ປະມານ 81,044 ບ່ອນນັ່ງ.

