ສະເປນ ຈູເນຍ – ຄຣໍຟອດ ຕົກລົງຊົກຊີງແຊ໊ມຮຸ່ນ ເວລເຕີເວດ

ເອີໂຣລ ສະເປນ ຈູເນຍ ແລະ ເທເຣນ ຄຣໍຟອດ 2 ຍອດກຳປັ້ນຊະນະລວດ ຕ່າງຕອບຕົກລົງຈະຂຶ້ນຊົກຊີງຄວາມເປັນເຈົ້າແຫ່ງຮຸ່ນ ເວລເຕີເວດ ພຽງຜູ້ດຽວ.

ສຳນັກຂ່າວອີເອສພີເອັນລາຍງານວ່າ 2 ຍອດນັກມວຍຊາວອາເມລິກັນ ເອີໂຣລ ສະເປນ ຈູເນຍ ແລະ ເທເຣນ ຄຣໍຟອດ ຕ່າງຕອບ ຕົກລົງຈະຂຶ້ນຊົກເພື່ອຊີງຄວາມເປັນສຸດຍອດແຊ໊ມໂລກແຫ່ງຮຸ່ນ ເວລເຕີ ເວດ ພຽງຜູ້ດຽວ.

ປັດຈຸບັນທັງຄູ່ຕ່າງໄດ້ຊື່ວ່າເປັນແຊ໊ມໂລກ ສະຖິຕິຊະນະລວດ ໂດຍ ສະເປນ ອາຍຸ 32 ຂຶ້ນຊົກ 28 ຄັ້ງ ຊະນະລວດ (ຊະນະນ໊ອກ 22 ) ສ່ວນ ຄຣໍຟອດ ອາຍຸ 34 ປີ ຂຶ້ນຊົກ 38 ຄັ້ງ ຊະນະລວດ (ຊະນະນ໊ອກ 29 ).

ລາຍງານລະບຸວ່າ ຄູ່ນີ້ຕົກລົງຈະຂຶ້ນຊົກກັນວັນທີ 19 ພະຈິກ ທີ່ລາສ ເວກັສ ລັດເນວາດາ ແຕ່ຍັງຕ້ອງຈັດການລາຍລະ ອຽດປີກຍ່ອຍໃຫ້ລົງຄ່າ ກ່ອນເຊັນສັນຍາເປັນລາຍລັກອັກສອນ ໂດຍຂໍ້ຕົກລົງເບື້ອງຕົ້ນຍັງລວມເຖິງການ ໃຫ້ຜູ້ ເສຍໃຊ້ສິດຂໍຊົກນັດລ້າງຕາໃນພາຍຫລັງນຳອີກ.