Galaxy Note 9 ອາດມາພ້ອມປາກກາ S Pen ທີ່ວັດລະດັບແອວກໍຮໍໄດ້

Galaxy Note 8 ຍັງບໍ່ທັນເປີດຕົວ ເວັບສື່ອອນລາຍ Samsung ກໍໄດ້ເປີດເຜີຍສິດທິບັດທາງ Samsung ຍື່ນຈົດໄວ້ໃນປີຜ່ານມາ ແລະ ຫາກໍໄດ້ຮັບການອະນຸມັດຈາກສໍານັກງານສິດທິບັດ ແລະ ເຄື່ອງໝາຍການຄ້າຂອງສະຫະລັດອາເມລິກາ (USTOP) ໃນເດືອນກໍລະກົດ ມາເຊື່ອມໂຍງກັບຄວາມເປັນໄປໄດ້ໃນປີໜ້າ Galaxy Note 9 ອາດຈະມາພ້ອມກັບຟີເຈີພິເສດ ເຊັ່ນການກວດວັດລະດັບແອວກໍຮໍຜ່ານລົມຫາຍໃຈໄດ້.

ທັງນີ້ ສິດທິບັດສະບັບດັງກ່າວລະບຸວ່າ ປາກກາ S Pen ໃນ Galaxy Note 9 ນັ້ນຈະຕິດຕັ້ງເຊັນເຊີວັດລະດັບແອວກໍຮໍມານຳ ໂດຍເຊັນເຊີວັດປະລິມານແອວກໍຮໍຈາກລົມຫາຍໃຈ. ນອກຈາກນີ້ ປາກກາຍັງສາມາດປັບດັດໃຫ້ໃຊ້ເປັນໄມໂຄໂຟນໄດ້ເຊັ່ນກັນ ເຊິ່ງໜ້າສົນໃຈຫາກວ່າ Note 9 ມີຟີເຈີໃຫມ່ແບບນັ້ນແທ້ ແລະ ຄົງເປັນປະໂຫຍດກັບຜູ້ໃຊ້ໄດ້ບໍ່ໜ້ອຍ.

