ອິນເດຍ ຈັບ 6 ຜູ້ຕ້ອງຫາ ຄະດີຂົ່ມຂືນ ຂ້າສອງເອື້ອຍນ້ອງແຂວນຄໍເທິງຕົ້ນໄມ້ ເພື່ອປິດບັງຄະດີ

ສຳນັກຂ່າວຂອງອິນເດຍ ລາຍງານໃຫ້ຮູ້ວ່າ: ໃນວັນທີ 15 ກັນຍາ 2022 ທີ່ຜ່ານມາ ຕຳຫລວດໃນເມືອງອຸຕະຣະ ປະເທດອິນເດຍ ຈັບກຸມຊາຍ 6 ຄົນໃນຂໍ້ຫາຜູ້ຕ້ອງສົງໄສກໍ່ເຫດຂົມຂືນ ແລະ ຄາດຕະກຳ ສອງເອື້ອຍນ້ອງ ເຊິ່ງພົບເປັນສົບແຂນຄໍຢູ່ເທິງຕົ້ນໄມ້ໃນໄຮ່ອ້ອຍໃກ້ເຮືອນ.
ເຈົ້າໜ້າທີ່ ອິນເດຍໃຫ້ຮູ້ວ່າ: ການສືບສວນເບື້ອງຕົ້ນພົບວ່າສອງເອື້ອຍນ້ອງຄູ່ນີ້ອອກຈາກເຮືອນໄປໃນວັນທີ 14 ກັນຍາ ເພື່ອໄປຫາ ກຸ່ມຄົນດັ່ງກ່າວ ເຊິ່ງພວກເຂົາຍອມຮັບສາລະພາບວ່າໄດ້ຂົມຂືນສອງເອື້ອຍນ້ອງ ແລ້ວເອົາເຊືອກຮັດຄໍ ຈົນເສຍຊີວິດ ແລະ ໂທຫາໝູ່ມາຊ່ວຍເພື່ອປິດບັງສົບດ້ວຍການນຳໄປແຂວນຄໍເທິງຕົ້ນໄມ້ເພື່ອຈັດສາກໃຫ້ຄືກັບການຈົບຊີວິດ. ດັ່ງນັ້່ນເຈົ້າໜ້າທີ່ຈຶ່ງດຳເນີນຄະດີຕາມລະບຽບກົດໝາຍ.

