ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນການຮອດປີ 2025

ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນການຮອດປີ 2025 ໂດຍ ໄດ້ຍົກໃຫ້ເຫັນວ່າ: ລັດຖະບານໄດ້ເປີດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ, ຕິດພັນກັບການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ ໃນປີ 2015 ແລະ ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນປີ 2019 ເປັນຕົ້ນມາ ຄະນະພັກ-ຄະນະນໍາແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເປັນລະບົບ ຕາມ 5 ຂັ້ນຕອນຂອງການແຂ່ງຂັນ ເປັນຕົ້ນວາງແຜນການ, ແຕ່ງຕັ້ງຄະນະຊີ້ນໍາ, ເປີດຂະບວນການແຂ່ງຂັນ, ປຸກລະດົມ, ຊຸກຍູ້, ຕິດຕາມກວດກາ ແລະ ສະຫຼຸບລາຍງານຂະບວນແຂ່ງຂັນເປັນແຕ່ລະໄລຍະ ຊຶ່ງສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ໃຫ້ບຸກຄົນ ແລະ ກົມກອງຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ທົ່ວປະເທດ ໄດ້ຈຳນວນ 40 ພາກສ່ວນ, ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 92.250 ມີບຸກຄົນ 86.327 ທ່ານ ແລະ ກົມກອງ 5.923 ກົມກອງ. ໃນນີ້ກະຊວງ-ອົງການທຽບເທົ່າ ລວມມີ 23 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດລວມທັງໝົດ 19.449 ມີບຸກຄົນ 19.008 ທ່ານ ແລະ ກົມກອງ 441 ກົມກອງ; ແຂວງ 16 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ລວມມີ 17 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 72.801 ໃນນີ້ມີບຸກຄົນ 69.364 ທ່ານ ແລະ 3.437 ກົມກອງ; ພ້ອມນີ້ ຍັງໄດ້ມອບຫຼຽນປະເພດຕ່າງໆ ໃຫ້ບຸກຄົນ ແລະ ກົມກອງດີເດັ່ນ ມີ ຫຼຽນໄຊແຮງງານ ຊັ້ນ I ມອບໃຫ້ ບຸກຄົນມີ 2.945 ທ່ານ ແລະ ກົມກອງມີ 415 ກົມກອງ, ຫຼຽນໄຊແຮງງານ ຊັ້ນ II ມອບໃຫ້ບຸກຄົນມີ 6.160 ທ່ານ ແລະ ກົມກອງມີ 571 ກົມກອງ, ຫຼຽນໄຊແຮງງານ ຊັ້ນ III ມອບໃຫ້ບຸກຄົນມີ 10.916 ທ່ານ ແລະ ກົມກອງມີ 780 ກົມກອງ, ຫຼຽນນາມມະຍົດວິລະຊົນແຮງງານ ໃຫ້ບຸກຄົນ 1 ທ່ານ, ຫຼຽນນາມມະຍົດພັດທະນາດີເດັ່ນແຫ່ງຊາດ ບຸກຄົນ 2 ທ່ານ, ຫຼຽນກາແຮງງານບຸກຄົນ 19.949 ທ່ານ ແລະ ກົມກອງ 1.152 ກົມກອງ, ໃບຍ້ອງຍໍລັດຖະບານ ບຸກຄົນ 47.246 ທ່ານ ແລະ ກົມກອງ 2.113 ກົມກອງ.

อาจเป็นรูปภาพของ หนึ่งคนขึ้นไป และ สถานที่ในร่ม