ສະຖິຕິສຸດໂຫດ ຂອງ ຮາແລນ ຫລັງຍິງໄປ 26 ໜ່ວຍຈາກ 21 ນັດໃນແຊ໊ມປຽນລີກ

ສະຖິຕິສຸດໂຫດກັບການເປີດຄ່າສະເລ່ຍຂອງ ເອີລິງ ຮາແລນ ດາວຍິງຄົນເກ່ັງປະຈຳທີມຂອງ ແມນເຊສເຕີ ຊິຕີ ຫລັງຍິງໄປແລ້ວ ເຖິງ 26 ປະຕູ ຈາກການລົງຫລິ້ນພຽງ 21 ນັດໃນ ແຊ໊ມປຽນ ລີກ.

ຄວາມເຄື່ອນໄຫວຫລັງຈາກທີ່ ແມນເຊສເຕີ ຊິຕີ ທີມດັງແຫ່ງພຣີເມຍລີກ ອັງກິດ ພາຍໃຕ້ການນຳທີມຂອງ ເປບ ກວາດີໂອລາ ຜູ້ຈັດການທີມສະເປນ ນຳທີມເປີດສະໜາມ ເອຕິຮັດ ເອົາຊະນະ ໂບຣຸສເຊຍ ດອດມຸນ ສະໂມສອນຊັ້ນນຳແຫ່ງເວທີ ບຸນເດສລີກາ ເຢຍລະມັນ ທີ່ມີ ເອດິນ ເທີຊິສ ຄຸມສະໂມສອນຢູ່ 2-1 ໃນລາຍການໃຫຍ່ ຢູຟາ ແຊ໊ມປຽນ ລີກ 2022-23 ຮອບແບ່ງກຸ່ມ ກ່ມ G ເມື່ອຄຳ່ຄືນທີ່ຜ່ານມາ.

ເກມດັ່ງກ່າວ ແມນເຊສເຕີ ຊິຕີ ໄດ້ 2 ປະຕູຈາກ ຈອນ ສະໂຕນ ນາທີ 80 ແລະ ເອີລິງ ຮາແລນ ນາທີ 84 ສ່ວນທີມຢາມ ໄດ້ປະຕູດຽວຈາກ ຈູດ ເບລລິງແຮມ ນາທີ 56 ເຮັດໃຫ້ເຈົ້າຖິ່ນມີ 6 ຄະແນນເຕັມຈາກ 2 ນັດ ສ່ວນທີມຄູ່ແຂ່ງເສຍນັດນີ້ມີ 3 ຄະແນນ ຈາກ 2 ນັດ.