ປິດຕຳນານ ໂຣເຈີ ເຟເດີເຣີ ຝືນສັງຂານບໍ່ໄຫວ ປະກາດອຳລາວົງການເທັນນິສຢ່າງເປັນທາງການ

ໂຣເຈີ ເຟເດີເຣີ ນັກເທັນນິສ ເຈົ້າຂອງແຊ໊ມ ແກຣນສະແລມ 20 ລາຍການ ປະກາດແຂວນແຣັກເກັດ ຫລັງການແຂ່ງຂັນເທນນິສ ເລເວີ ຄັພ ທີ່ລອນດອນ ໃນອາທິດໜ້າ.
ເຟເດີເຣີ ອາຍຸ 41 ປີ ອະດີດມື 1 ຂອງໂລກ ຊາວສະວິດເຊີແລນ ເຊິ່ງປະສົບບັນຫາອາການບາດເຈັບເຂົາເປັນເວລາດົນ ປະກາດ ຜ່ານອິນສະຕາແກຣມ ເຖິງການຕັດສິນໃຈທີ່ຍາກລຳບາກຄັ້ງນີ້ວ່າ : ‘‘ ຢ່າງທີ່ທຸກຄົນຮູ້ໃນໄລຍະເວລາ 3 ປີທີ່ຜ່ານມາ ຂ້ອຍຕ້ອງ ຕໍ່ສູ້ກັບັນຫາອາການບາດເຈັບການຜ່າຕັດ ແລະ ພະຍາຍາມຢ່າງຫລາຍທີ່ຈະກັບມາຫລິ້ນດ້ວຍຮ່າງກາຍທີ່ສົມບູນ ແຕ່ຂ້ອຍຮູ້ດີ ເຖິງຂີດຈຳກັດຂອງຮ່າງກາຍ ມັນສົ່ງສັນຍາເຕືອນຂ້ອຍມາຕະຫລອດ ຂ້ອຍອາຍຸ 41 ປີ ລົງຫລິ້ນມາຫລາຍກວ່າ 1500 ເກມ ຕະ ຫລອດ 24 ປີ ຂ້ອຍຮູ້ດີເຖິງໄລຍະເວລາທີ່ຈະເຖິງປາຍທາງຂອງອາຊີບເທັນນິສ ຂ້ອຍຈະລົງແຂ່ງຂັນໃນ ເລເວີ ຄັພ ອາທິດຫນ້າ ເປັນລາຍການ ເອທີພີ ລາຍການສຸດທ້າຍ ຂ້ອຍຫວັງຈະໄດ້ຫລິ້ນເທັນນິສຫລາຍຂຶ້ນໃນອະນາຄົດ ແຕ່ຄົງບໍ່ແມ່ນໃນແກຣນສະແລມ ຫລື ໃນທົວອີກແລ້ວ ’’.
ສຳລັບ ເຟເດີເຣີ ຄວ້າແຊ໊ມແກຣນ ສະແລມ ລວມ 20 ລາຍການ ຄື ອອສເຕຣລຽນ ໂອເພັນ 6 ສະໄຫມ ( 2004, 2006, 2007, 2010, 2017, 2018 ), ເຟຣັນ ໂອເພັນ 1 ສະໄຫມ ( 2009), ວິມເບິລດັນ 8 ສະໄຫມ ( 2003, 2004, 2005, 2006, 2007, 2009, 2017 ) ແລະ ຢູເອສ ໂອເພັນ 5 ສະໄຫມ ( 2004, 2005, 2006, 2007, 2008) ໂດຍລະຫວ່າງທີ່ຮັກສາຕົວຈາກອາການບາດເຈັບ ເຟເດີເຣີ ຖືກຄູ່ຮັກຄູ່ແຄ້ນ ເຊັ່ນ ຣາຟາເອລ ນາດາລ ຈາກສະເປນ ແຊງໜ້າໄປເປັນ 22 ລາຍການ ແລະ ໂນວັກ ຢໍໂຄວິດ ຈາກ ເຊີເບຍ ໄດ້ໄປ 21 ລາຍການ.

