ສູນກາງຊາວໜຸ່ມບໍ່ອະນຸຍາດໃຫ້ມີການປະກວດທີ່ບໍ່ແມ່ນຄັດເອົາຊາຍແທ້ຍິງແທ້ແຕ່ກຳເນີດ

ວັນທີ 9 ກັນຍາ 2022 ນີ້ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍແຈ້ງມາຍັງທ່ານທີ່ຈະຈັດເວທີການປະກວດນາງສາວ ແລະ ຊາຍງາມ, ໂຄງການປະກວດທີ່ໄດ້ຮັບລິຂະສິດຈາກຕ່າງປະເທດມາຄັດເລືອກເອົາຊາວໜຸ່ມລາວທັງ ເພດຍິງ ແລະ ເພດຊາຍ ຈະປະກວດພາຍໃນປະເທດ, ຢູ່ໃນລະດັບພາກພື້ນ ແລະ ສາກົນ ແມ່ນໃຫ້ມາພົວພັນ ແລະ ຂໍອະນຸມັດຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຕາມລະບຽບເພື່ອຄວາມສະດວກ ແລະ ຮັບປະກັນໃຫ້ແກ່ໂຄງການປະກວດບັນດານາງສາວ ແລະ ຊາຍງາມຕ່າງໆ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທັງເປັນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນ, ນາງສາວ ແລະ ຊາຍງາມຕ່າງໆ ລະອຽດດັ່ງນີ້:
1). ສໍາລັບໂຄງການປະກວດທີ່ບໍ່ແມ່ນການຄັດເລືອກເອົາຍິງແທ້ ແລະ ຊາຍແທ້ໂດຍກໍາເນີດ ແມ່ນທາງສູນກາງຊາວ
ໜຸ່ມປະຊາຊົນປະຕິວັດລາວ ຈະບໍ່ອະນຸຍາດໃຫ້ຈັດງານດັ່ງກ່າວຂຶ້ນເດັດຂາດ;
2). ຫ້າມສວຍໂອກາດໃນການໄປທ່ອງທ່ຽວແລ້ວໄປເຂົ້າຮ່ວມປະກວດ, ແຂ່ງຂັນນາງສາວ, ຊາຍງາມ ຢູ່ຕ່າງປະເທດ.
3). ຖ້າຫາກພາກສ່ວນ, ບຸກຄົນ ບໍ່ປະຕິບັດຕາມແມ່ນຖືວ່າມີຄວາມຜິດ ແລະ ຈະຕ້ອງໄດ້ຖືກປະຕິບັດຕາມລະບຽບກົດໝາຍ ຂອງ ສປປລາວ.
4). ລາຍລະອຽດເພີ່ມເຕີມ ແລະ ບ່ອນປະສານງານ ແມ່ນກົມຂະບວນການຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.
ດັ່ງນັ້ນ; ຈຶ່ງແຈ້ງມາຍັງທຸກພາກສ່ວນຮັບຊາບ ແລະ ປະຕິບັດນັບແຕ່ມື້ໄດ້ຮັບແຈ້ງການເປັນຕົ້ນໄປ.
ກົມຂະບວນການຊາວໜຸ່ມ

