ບາງວິທີການແກ້ໄຂບັນຫາຢາເສບຕິດ

ການແພ່ລາມຂອງຢາເສບຕິດໄດ້ກາຍເປັນໄພຄຸກຄາມສ້າງຄວາມບໍ່ສະຫງົບສຸກ ແລະ ປອດໄພໃນສັງຄົມທັງກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຂະນະດຽວກັນ ກໍສ້າງຄວາມຫາຍະນະທັງຕໍ່ບຸກຄົນ, ຄອບຄົວ, ສັງຄົມ ກໍ່ເກີດບັນຫາອາຊະຍາກຳ ແລະ ປາກົດການຫຍໍ້ທໍ້. ເຊິ່ງປັດຈຸບັນກໍຄືຜ່ານມາ, ພັກ-ລັດຖະບານ ໄດ້ສຸມທຸກຄວາມພະຍາຍາມແກ້ໄຂບັນຫານີ້ໂດຍການອອກວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ ຊຶ່ງເຫັນວ່າ: ສາມາດແກ້ໄຂໄດ້ຢ່າງທ່ວງທັນໂດຍສາມາດຈັບກຸ່ມຄົນຄ້າຂາຍຢາເສບຕິດ ມ້າງຂະບວນການທີ່ພົວພັນກັບຢາເສບຕິດ, ຢຶດຢາເສບຕິດ ແລະ ສິ່ງຂອງພົວພັນກັບຢາເສບຕິດ, ຜູ້ພົວພັນຢາເສບຕິດໄດ້ເປັນຈໍານວນຫລາຍ.

ແນວໃດກໍດີບັນຫານີ້ຍັງບໍ່ສາມາດແກ້ໄຂໄດ້ຢ່າງເດັດຂາດເທື່ອເຖິງວ່າທຸກພາກສ່ວນທົ່ວສັງຄົມ ໄດ້ເພີ່ມທະວີການເອົາໃຈໃສ່ໃຊ້ມາດຕະການຕ່າງໆ ແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດຄືຜ່ານມາ, ແຕ່ການແກ້ໄຂບັນຫານີ້ຈະໃຫ້ໄດ້ດີແທ້ ທັງພະນັກງານ, ສະມາຊິກພັກ, ພະນັກງານກໍ່ສ້າງຮາກຖານການເມືອງ ແລະ ທົ່ວປວງຊົນຕ້ອງໄດ້ເຊື່ອມຊຶມນິຕິກໍາຕ່າງໆກ່ຽວກັບການສະກັດກັ້ນ ແລະ ຕ້ານຢາເສບຕິດທັງຮ່ວມກັນເປັນ ຫູເປັນຕາ ຮ່ວມມືອຳນວຍຄວາມສະດວກໃຫ້ມີປະສິດທິຜົນສູງກວ່າເກົ່າ. ຂອດໜຶ່ງທີ່ສໍາຄັນ, ການຈັດຕັ້ງ ພັກ-ລັດ, ສະຖາບັນຄອບຄົວ, ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນ, ບໍລິສັດຫົວໜ່ວຍທຸລະ ກິດຕ້ອງໄດ້ສຶກສາອົບຮົມປູກຈິດສຳນຶກປະຊາຊົນ, ນັກຮຽນນັກສຶກສາ, ລັດຖະກອນ ສະມາຊິກພັກ,ພະນັກງານ ໃຫ້ເຂົ້າໃຈຜົນຮ້າຍ ຄວາມອັນຕະລາຍ ແລະ ຮູ້ວິທີປ້ອງກັນເພື່ອບໍ່ຕົກເປັນເຫຍື່ອຢາເສບຕິດ. ຂະນະດຽວກັນ ກໍຕ້ອງໄດ້ສຸມໃສເກັບກຳສະຖິຕິ ແລະ ຂຶ້ນບັນຊີເປົ້າໝາຍທີ່ເຄີຍຖືກຄຸກ, ຖືກປ່ອຍ, ຖືກດັດສ້າງ ລວມທັງເປົ້າໝາຍທີ່ພວມ ແລະ ໄດ້ພົວພັນຄ້າຂາຍ ແລະ ເສບ ໃຫ້ລະອຽດ ເພື່ອສາມາດຕິດຕາມ, ກວດ ກາກ້າວສູ່ການແກ້ໄຂຢ່າງທັນການ.

ເມື່ອໃດທີ່ທຸກພາກສ່ວນທົ່ວສັງຄົມເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານຢາເສບຕິດ ຕາມວາລະແຫ່ງຊາດທີ່ວາງໄວ້ທັງຄຳນຶງໃຫ້ເຫັນຢ່າງຈະແຈ້ງວ່າ: ນີ້ຄືພັນທະ ໜ້າທີ່ລວມຂອງທຸກຄົນໃນສັງຄົມ ໂດຍການເປັນຫູ-ເປັນຕາ ຊ່ວຍເຈົ້າໜ້າທີ່ ໂດຍບໍ່ໃຫ້ຖືວ່າການແກ້ໄຂບັນຫາຢາເສດບຕິດເປັນໜ້າທີ່ຮັບຜິດຊອບ ສະເພາະຂອງເຈົ້າໜ້າທີ່ຕຳຫລວດຝ່າຍດຽວ. ຍິ່ງກວ່ານັ້ນ, ຜູ້ຕົກເປັນທາດຢາເສບຕິດທີ່ບໍ່ຮ້າຍແຮງ ຕ້ອງສຶກສາອົບຮົມ ໂດຍອົງການປົກຄອງ ຕ້ອງຕິດຕາມແຕ່ລະໄລຍະ. ຂະນະທີ່ຜູ້ຕິດຮ້າຍແຮງຕ້ອງໃຊ້ມາດຕະ ການ ນຳໄປບຳບັດປິ່ນປົວ ເພື່ອກາຍເປັນພົນລະເມືອງດີລວມທັງໃຊ້ມາດຕະການດ້ານລະບຽບ, ກົດໝາຍແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດລາຍຍ່ອຍ ແລະ ລາຍໃຫຍ່ລວມທັງຜູ້ເສບ ກໍຈະໝົດໄປຢ່າງຂາດຕົວເມື່ອນັ້ນ.