ມົນທົນເຈີ້ຈຽງຂອງຈີນຍົກລະດັບເຕືອນໄພ ພາຍຸ “ໝຸ່ຍຟ້າ” ສູງສຸດ ຄາດຂຶ້ນຝັ່ງມື້ນີ້

ພາຍຸໄຕ້ຝຸ່ນ “ໝຸ່ຍຟ້າ” ທະວີກຳລັງແຮງຂຶ້ນຫລັງເຄື່ອນທີ່ມາທະເລຈີນຕາເວັນອອກວັນທີ 14 ກັນຍາ ສົ່ງຜົນໃຫ້ຖ້ຽວບິນຂາອອກຈາກເມືອງຊຽງໄຮ້ຫລາຍຮ້ອຍຖ້ຽວຖືກຍົກເລີກ ແລະ ສົ່ງຜົນກະທົບຕໍ່ທ່າເຮືອຢູ່ເມືອງໜິງໂບ ແລະ ເມືອງໂຈຊານໃຊ້ຮ່ວມກັນ.

ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຈີນ (CMA) ເປີດເຜີຍວ່າ: ປັດຈຸບັນມົນທົນເຈີ້ຈຽງໄດ້ປະກາດຍົກລະດັບມາດຕະການຮັບມືພາຍຸສຸກເສີນຂຶ້ນສູ່ລະດັບສູງສຸດ ຫລັງພາຍຸໄຕ້ຝຸ່ນໝຸ່ຍຟ້າ ເຊິ່ງຄາດວ່າຈະເຄື່ອນທີ່ໄປທາງທິດຕາເວັນຕົກສຽງເໜືອດ້ວຍຄວາມໄວລົມ 20-25 ກິໂລແມັດຕໍ່ຊົ່ວໂມງ ທະວີກຳລັງແຮງຂຶ້ນ ແລະ ເຄື່ອນທີ່ມາບໍລິເວນແຄມຝັ່ງທາງໃຕ້ຂອງໂຈຊານ.

ສຳນັກຂ່າວຣອຍເຕີລາຍງານວ່າ: ພາຍຸໄຕ້ຝຸ່ນ “ໝຸ່ຍຟ້າ” ເປັນພາຍຸຫົວທີ 12 ຂອງຈີນໃນປີນີ້ ເຊິ່ງ CMA ຄາດວ່າຈະຂຶ້ນຝັ່ງໃນຕອນບ່າຍ ຫລື ຄືນວັນທີ 14 ກັນຍາ ແລະ ມີຄວາມສ່ຽງສູງຈະເກີດນ້ຳຖ້ວມໃນບໍລິເວນແມ່ນ້ຳຂະໜາດນ້ອຍ ແລະ ຂະໜາດກາງໃນພາກຕາເວັນອອກສຽງເໜືອຂອງເຈີ້ຈຽງ ແລະ ນ້ຳຖ້ວມຂັງໃນພາກຕາເວັນອອກ ແລະ ຕອນເໜືອຂອງເຈີ້ຈຽງ, ຊຽງໄຮ້, ພື້ນທີ່ທາງໃຕ້ຂອງມົນທົນຈຽງຊູ ແລະ ພື້ນທີ່ອື່ນໆ.

ຂະນະດຽວກັນ, ຊຽງໄຮ້ໄດ້ອອກປະກາດເຕືອນປະຊາຊົນກ່ຽວກັບລົມພັດແຮງ ແລະ ຝົນຕົກໜັກ ເຊິ່ງຄາດວ່າຈະເກີດຂຶ້ນຈົນຮອດວັນທີ 15 ກັນຍາ.

ສື່ຂອງທາງການຈີນລາຍງານວ່າ: ປັດຈຸບັນ ຖ້ຽວບິນຫລາຍກວ່າເຄິ່ງຂອງສະໜາມບິນຊຽງໄຮ້, ຜູ່ຕົງ ແລະ ສະໜາມບິນຫົງສຽວ 589 ກວ່າຖ້ຽວຈະຖືກຫລຸດຖ້ຽວ ຫລື ຍົກເລີກ ເນື່ອງຈາກສະພາບອາກາດບໍ່ດີ.

ທັງນີ້, ເຈົ້າໜ້າທີ່ເຈີ້ຈຽງໄດ້ປະກາດລະດັບເຕືອນໄພສະພາບອາກາດສີແດງ ເນື່ອງຈາກອາດເກີດນ້ຳຖ້ວມກະທັບຫັນໃນຫລາຍພື້ນທີ່.