ເລຂາທິການ UN ຮຽກຮ້ອງທຸກຝ່າຍຮ່ວມມືກັນ ຊີ້ໂລກກຳລັງຕົກຢູ່ໃນອັນຕະລາຍ

ວັນທີ 13 ກັນຍາ 2022, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ຮຽກຮ້ອງໃຫ້ທຸກຝ່າຍຮ່ວມມືກັນແກ້ໄຂບັນຫາ ຊີ້ວ່າປັດຈຸບັນໂລກກຳລັງຕົກຢູ່ໃນອັນຕະລາຍ ບໍ່ວ່າຈະເປັນວິກິດດ້ານສິ່ງແວດລ້ອມ ຄືການປ່ຽນແປງສະພາບອາກາດ ຕະຫລອດຈົນບັນຫາຄວາມຂັດແຍ່ງ ແລະ ສົງຄາມຕ່າງໆ ທີ່ກຳລັງເກີດຂຶ້ນໃນປັດຈຸບັນ.
ທ່ານ ກູເຕີເຣສ ກ່າວໃນເວລາເປີດກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ຄັ້ງທີ 77 ວັນທີ 13 ກັນຍາວ່າ: “ເຮົາກຳລັງຜະເຊີນສະຖານະການທີ່ໂລກກຳລັງຕົກຢູ່ໃນອັນຕະລາຍ ເຮົາຈຳເປັນຕ້ອງຮ່ວມມືກັນຊຸກຍູ້ສັນຕິພາບ ສິດທິມະນຸດ ແລະ ການພັດທະນາທີ່ຍືນຍົງ.
ໂດຍອາທິດໜ້າ, ບັນດາປະມຸກຂອງລັດ ແລະ ຜູ້ແທນລະດັບສູງຈະເດີນທາງມາເຂົ້າຮ່ວມກອງປະຊຸມ UNGA ຢູ່ມະຫານະຄອນນິວຢອກ ສະຫະລັດອາເມລິກາ ເຊິ່ງສື່ຕ່າງປະເທດເຜີຍວ່າ: ທ່ານ ເຊີເກ ລາບຣອບ ລັດຖະມົນຕີຕ່າງປະເທດຣັດເຊຍ ແລະ ຄະນະຜູ້ຕິດຕາມອີກຈຳນວນໜຶ່ງຈາກມົດສະກູ ໄດ້ຮັບວີຊາອະນຸຍາດໃຫ້ເດີນທາງເຂົ້າອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມນີ້ໄດ້ 24 ຄົນ ຈາກລາຍຊື່ທັງໝົດ 56 ຄົນທີ່ທາງການຣັດເຊຍສົ່ງເພື່ອຍື່ນຂໍວີຊາ.
ທາງ UN ເຜີຍວ່າ: ໃນຕົ້ນເດືອນກັນຍາຜ່ານມາ ມີການຫາລືກ່ຽວກັບການເດີນທາງເຂົ້າຮ່ວມກອງປະຊຸມຂອງຜູ້ແທນລະດັບສູງຈາກຣັດເຊຍ ເຊິ່ງການພົວພັນລະຫວ່າງອາເມລິກາ ແລະ ຣັດເຊຍຕົກຕໍ່າລົງ ເນື່ອງຈາກການຕັດສິນໃຈຮຸກຮານປະເທດເພື່ອນບ້ານຣັດເຊຍຄືອູແກຣນ ໃນທ້າຍເດືອນສິງຫາຜ່ານມາ.
ອ້າງອີງ:
- https://www.aljazeera.com/news/2022/9/14/un-chief-appeals-for-cooperation-to-address-world-in-peril
- https://www.business-standard.com/article/international/un-chief-antonio-guterres-calls-for-solidarity-to-address-common-challenges-122091400055_1.html
- https://english.news.cn/20220914/3892f1ef4aa4447d80d1ae9c3d75b512/c.html

