ປະທານບານເຕະຊາອຸ ຢາກເຫັນ ໂຣນັລໂດ ມາຫລິ້ນໃນລີກປະເທດຕົນ

ຢາສເຊີ ອັລ ມິເຊຮາລ ປະທານສະຫະພັນບານເຕະຊາອຸດິ ອາຣະເບຍ ລະບຸວ່າຢາກເຫັນ ຄຣິສຕຽນໂນ ໂຣນັລໂດ ກອງໜ້າຊຸບ ເປີສະຕາຂອງ ແມນເຊສເຕີ ຢູໄນເຕັດ ມາຫລິ້ນໃນລີກຂອງປະເທດ ແຕ່ຮັບຍອມຮັບບໍ່ແມ່ນເລື່ອງງ່າຍ.

ເມື່ອໄລຍະຕະຫລາດນັກທີ່ຜ່ານມາ ມີລາຍງານວ່າ ອັລ ຮີລາລ ທີມດັງຂອງລີກ ຊາອຸດິ ອາຣະເບຍ ໄດ້ຍື່ນຂໍ້ສະເໜີທີ່ມີມູນຄ່າ ລວມກວ່າ 211 ລ້ານປອນ ໃນການເຊັນສັນຍາກັບ ໂຣນັລໂດ ໄປຮ່ວມທີມ ໂດຍສະເພາະຄ່າເມື່ອຍກໍສູງລະດັບສະຖິຕິໂລກອາທິດລະ 2 ລ້ານປອນ.

ແຕ່ສຸດທ້າຍແລ້ວ ມັນກໍບໍ່ເກີດຂຶ້ນ ເນື່ອງຈາກມີລາຍງານເພີ່ມວ່ານັກເຕະອາຍຸ 37 ປີ ໄດ້ປະຕິເສດຂໍ້ສະເໜີສົ່ງຜົນໃຫ້ ໂຣນັລໂດ ຕ້ອງຢູ່ກັບ ແມນຢູ ຕໍ່ໄປໃນລະດູການໜ້າ.

ຈົນຫລ້າສຸດ ອັລ ມິເຊຮາລ ປະທານຂອງສະຫະພັນບານເຕະຊາອຸດິ ອາຣະເບຍ ເປີດເຜີຍວ່າ ຢາກເຫັນ ໂຣນັລໂດ ມາຫລິ້ນໃນລີກ ຂອງປະເທດຕົນເອງ ເຖິງຈະບໍ່ແມ່ນເລື່ອງງ່າຍກໍຕາມ : ‘‘ ເຮົາຢາກຈະເຫັນນັກເຕະຢ່າງ ໂຣນັລໂດ ຫລິ້ນໃນລີກຊາອຸດິ ອາຣະເບຍ ມັນຈະນຳມາເຊິ່ງຜົນຕອບຮັບດ້ານບວກຫລາຍຢ່າງ ແລະ ມັນຈະເປັນຂ່າວໃຫຍ່ສຳລັບທຸກຄົນ ຂ້ອຍຫມັ້ນໃຈວ່າທຸກຄົນ ຮູ້ເຖິງ ຄວາມສຳເລັດ ແລະ ສະຖິຕິຂອງ ໂຣນັລໂດ ແຕ່ຍັງເປັນຜູ້ຫລິ້ນທີ່ເປັນແບບຢ່າງທີ່ດີ ’’.

‘‘ ຂ້ອຍຄິດວ່າ ເປັນຫຍັງຈຶ່ງບໍ່ລະ ? ຂ້ອຍແນ່ໃຈວ່າມັນຈະເປັນຂໍ້ຕົກລົງທີ່ແພງຫລາຍ ແຕ່ເຮົາສາມາດເຫັນສະໂມສອນຂອງເຮົາ ໄດ້ລາຍໄດ້ທີ່ສູງຂຶ້ນໃນໄລຍະ 2-3 ປີທີ່ຜ່ານມາ ເຮົາໄດ້ເຫັນນັກເຕະເກັ່ງທີ່ເຄີຍຫລິ້ນໃນພຣີເມຍລີກມາໃນລີກເຮົາ ຂ້ອຍມັກ ໂຣນັລໂດ ໃນຖານະນັກເຕະ ແລະ ຂ້ອຍຢາກຈະເຫັນລາວໃນຊາອຸດິ ອາຣະເບຍ ’’.