ຮົງກົງປ່ຽນສູນກັກກັນໂຄວິດ ເປັນບ່ອນຮອງຮັບຜູ້ຕິດເຊື້ອໝາກສຸກລີງ ເຖິງວ່າຫາກໍພົບຜູ້ດຽວ

ຮົງກົງກຳລັງປ່ຽນສູນກັກກັນຜູ້ຕິດເຊື້ອໂຄວິດ-19 ແຫ່ງໜຶ່ງໄປເປັນສະຖານກັກຕົວຜູ້ຕິດເຊື້ອພະຍາດໝາກສຸກລີງແທນ ເຖິງວ່າຫາກໍພົບຜູ້ຕິດເຊື້ອໝາກສຸກລີງພຽງຄົນດຽວກໍຕາມ.
ໜັງສືພິມເຊົາໄຊນ່າມໍນິ້ງໂພສລາຍງານໃນວັນທີ 13 ກັນຍາ ໂດຍອ້າງການຖະແຫລງຂອງເຈົ້າໜ້າທີ່ສາທາລະນະສຸກຮົງກົງວ່າ: ສູນນັນທະນາການກາງແຈ້ງໄຊກຸງ ເຊິ່ງເຄີຍເປັນຄ້າຍພັກຮ້ອນກ່ອນຖືກປ່ຽນມາໃຊ້ເປັນສະຖານທີ່ກັກຕົວຜູ້ຕິດເຊື້ອໃນໄລຍະພະຍາດໂຄວິດແພ່ລະບາດນັ້ນ ມີຕຽງຮອງຮັບຄົນເຈັບປະມານ 100 ຕຽງ.
ລາຍງານລະບຸວ່າ: ຮົງກົງໄດ້ຫລຸດຜ່ອນມາດຕະການຈຳກັດການເດີນທາງທີ່ກ່ຽວກັບພະຍາດໂຄວິດ-19 ລົງແລ້ວ ໂດຍຫລຸດໄລຍະເວລາການກັກກັນຕົວສຳລັບຜູ້ທີ່ເດີນທາງເຂົ້າສູ່ຮົງກົງ ແລະ ອະນຸຍາດໃຫ້ຜູ້ຕິດເຊື້ອກັກຕົວຢູ່ເຮືອນ. ຂະນະທີ່ຮົງກົງພະຍາຍາມຈະຮັກສາສະຖານະໃນການເປັນສູນກາງທາງການເງິນລະດັບໂລກ.
ເຖິງຢ່າງໃດກໍຕາມ, ຈຳນວນຜູ້ຕິດເຊື້ອໂຄວິດຍັງເພີ່ມສູງຂຶ້ນເຖິງ 10.000 ຄົນໃນອາທິດຜ່ານມາ ແລະ ຍັງສູງເກືອບ 8.000 ຄົນໃນວັນທີ 12 ກັນຍາ. ຂະນະທີ່ການກວດພົບຜູ້ຕິດເຊື້ອໝາກສຸກລີງອາດສົ່ງຜົນໃຫ້ເຈົ້າໜ້າທີ່ຍົກເລີກການຫລຸດຜ່ອນຂໍ້ຈຳກັດເພີ່ມອີກ.
ທັງນີ້, ຮົງກົງພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດໃນອາທິດຜ່ານມາ ໂດຍເປັນຜູ້ຊາຍອາຍຸ 30 ປີ ເຊິ່ງລາຍງານອາຫານຂອງພະຍາດຂະນະກັກຕົວຢູ່ໂຮງແຮມ ໂດຍຜູ້ຕິດເຊື້ອຄົນນີ້ໄດ້ເດີນທາງທ່ອງທ່ຽວປະເທດຕ່າງໆເຊັ່ນ: ການາດາ, ອາເມລິກາ ແລະ ຟີລິບປິນ ແຕ່ບໍ່ມີລາຍງານການພົບຜູ້ຕິດຕໍ່ໃກ້ຊິດໃນຮົງກົງ.

