ມອບ-ໂອນ ຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄປຂຶ້ນກັບ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ໃນວັນທີ 13 ກັນຍາ 2022 ຢູ່ທີ່ເຮືອນຮັບແຂກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດພິທີລົງນາມມອບ-ໂອນ ພັກຮາກຖານອົງການກາແດງແຫ່ງຊາດລາວ ຈາກອົງຄະນະພັກກະຊວງແຮງງານ ແລະ ສະຫວັດການສັງຄົມ(ຮສສ) ໄປຂຶ້ນກັບອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ(ຫສນຍ).

อาจเป็นรูปภาพของ 2 คน และ ผู้คนกำลังยืน

 

ພິທີລົງນາມ ລະຫວ່າງ ສະຫາຍນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ ຮສສ ແລະ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະພັກຫ້ອງວ່າການ ສນຍ, ໂດຍມີຄະນະພັກທັງສອງພາກສ່ວນເຂົ້າຮ່ວມ.

ຄະນະພັກອົງການກາແດງແຫ່ງຊາດລາວ ທີ່ຍ້າຍໄປຂຶ້ນກັບ(ຫສນຍ)ປະກອບມີ 4 ຫນ່ວຍພັກຂຶ້ນກັບຄື:
1 ຫນ່ວຍພັກຫ້ອງການ,
2 ຫນ່ວຍພັກບັນເທົາທຸກ,
3 ຫນ່ວຍພັກສົ່ງເສີມສຸຂະພາບ ແລະ ໂຄສະນາຂົນຂວາຍການກຸສົນ,
4 ຫນ່ວຍພັກສູນເລືອດແຫ່ງຊາດ.

ໃນໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ແລະ ທ່ານ ອາລຸນໄຊ ສູນນະລາດ ຕາງກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນໄຫວໜ້າທີ່ການເມືອງຂອງຄະນະພັກອົງການກາແດງແຫ່ງຊາດລາວ ໃນຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະພັກ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ໃຫ້ມີຄຸນທາດການເມືອງຫນັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ເພື່ອເຮັດສໍາເລັດຫນ້າທີ່ທີ່ຖືກມອບຫມາຍຢ່າງມີຜົນສໍາເລັດ.

อาจเป็นรูปภาพของ 14 คน และ ผู้คนกำลังยืน