ເສສວນ ປະເທດຈີນ ກັບມາສູ່ສະພາບປົກກະຕິ ພາຍຫລັງເກີດແຜ່ນດິນໄຫວ ເສຍຊີວິດ 93 ຄົນ

ວັນທີ 13 ກັນຍານີ້, ສື່ທາງການຈີນລາຍງານວ່າ: ເຈົ້າໜ້າທີ່ໃນມົນທົນເສສວນ ພາກຕາເວັນຕົກສ່ຽງໃຕ້ຂອງຈີນ ໄດ້ຫລຸດລະດັບການຮັບມືເຫດສຸກເສີນລົງເນື່ອງຈາກການຂົນສົ່ງໄຟຟ້າ ແລະ ການສື່ສານສ່ວນໃຫຍ່ກັບມາເປັນປົກກະຕິ ຫລັງຈາກເມື່ອອາທິດທີ່ຜ່ານມາເກີດແຜ່ນດິນໄຫວຂະໜາດຄວາມຮຸນແຮງ 6.6-6.8 ຣິກເຕີ ໃນມົນທົນຫລູຕິ້ງ ມີຜູ້ເສຍຊີວິດ 55 ຄົນ ແລະ ເມືອງ ຫຍ່າອັນ 38 ຄົນ, ເຈົ້າໜ້າທີ່ກູ້ໄພກຳລັງຄົ້ນຫາຜູ້ທີ່ສູນຫາຍ 25 ຄົນ ຫລັງຈາກຜະເຊີນອຸປະສັກຈາກຝົນຕົກຕະຫລອດອາທິດທີ່ຜ່ານມາ ແລະ ຄາດວ່າຈະມີຝົນຕົກອີກຕໍ່ເນື່ອງໃນມື້ນີ້ ແລະ ມື້ອື່ນ.