5 ເຄັດລັບເບິ່ງແຍງຕົນເອງກ່ອນໄປງານລ້ຽງສັງສັນ.

ຄົນມັກງານລ້ຽງກິນດື່ມສັງສັນຟັງທາງນີ້ ບັນດາບ່າວສາວພະນັກງານຫ້ອງການທ່ານໃດທີ່ກຳລັງກຽມໂຕໄປງານລ້ຽງສັງສັນ ຫລື ສະເຫລີມສະຫລອງຢູ່ໃດກໍຕາມແຕ່ ສິ່ງໜຶ່ງທີ່ຈະຕ້ອງມີໃນງານລ້ຽງສັງສັນນັ້ນກໍແມ່ນເຄື່ອງດື່ມອານກໍຮໍ ຖືວ່າເປັນຂອງຄູ່ກັນທີ່ງານໃດໆກໍຂາດບໍ່ໄດ້, ແຕ່ກໍຕ້ອງລະວັງ ຢ່າດື່ມຈົນບໍ່ໄດ້ສະຕິ ເພາະອາດຈະເຮັດໃຫ້ເກີດເລື່ອງບໍ່ດີຕາມມາໄດ້. ມື້ນີ້ພວກເຮົາມີເຄັດລັບການດູແລຕົນເອງກ່ອນອອກໄປງານກິນລ້ຽງສັງສັນ ເພື່ອຄວາມປອດໄພໃຫ້ກັບຕົນເອງ ແລະ ຈະໄດ້ໄປກິນລ້ຽງສັງສັນແບບໄຮ້ກັງວົນມາແນະນຳທ່ານ.
- ກິນອາຫານໃຫ້ອີ່ມກ່ອນດື່ມອານກໍຮໍ ເພາະການກິນອາຫານກ່ອນຈະຊ່ວຍໃຫ້ບໍ່ເມົາໄວ ເຊິ່ງອາຫານທີ່ແນະນຳ ໄດ້ແກ່ : ເຂົ້າໜົມປັງ, ເຂົ້າຈີ່, ຊີສ, ຊີ້ນ ຫລື ນົມ ເປັນຕົ້ນ ເພາະອາຫານເຫລົ່ານີ້ມີໂປຣຕິນຫລາຍ ແລະ ຈະຖືກຍ່ອຍຢ່າງຊ້າໆ ເພື່ອຂັດຂວາງການດູດຊຶມອານກໍຮໍໃນຮ່າງກາຍໄດ້.
- ດື່ມນຳ້ຫລາຍໆສະຫລັບກັບການດື່ມເຄື່ອງດື່ມອານກໍຮໍ ຄຽງຄູ່ກັນໄປ ເພາະນຳ້ດື່ມຈະຊ່ວຍໃຫ້ຮູ້ສຶກສົດຊື່ນ ແລະ ປ້ອງກັນອາການເມົາຄ້າງໄດ້.
- ຮູ້ຂອບເຂດກຳໜົດຄວາມສາມາດຂອງຕົນເອງໃນການດື່ມອານກໍຮໍ ເພາະການດື່ມອານກໍຮໍນັ້ນຂີດຈຳກັດຂອງແຕ່ລະຄົນບໍ່ເທົ່າກັນ. ສະນັ້ນ, ຢ່າດື່ມຕາມໝູ່ ເຮົາຕ້ອງຮູ້ຂີດຈຳກັດຂອງຕົນເອງວ່າດື່ມໄດ້ຫລາຍໜ້ອຍປານໃດ ຢ່າປ່ອຍໃຫ້ເກີນກຳນົດ ເຊັ່ນ : ຫາກມີອາການເລີ່ມມຶນຫົວ ຫລື ວິນຫົວ ຄວນອອກມາສືບອາກາດຂ້າງນອກປະມານ 10 – 15 ນາທີ ແລະ ດື່ມນຳ້ຫລາຍໆເພື່ອຄວາມສົດຊື່ນ.
- ບໍ່ຄວນດື່ມເຄື່ອງດື່ມອານກໍຮໍຫລາຍຊະນິດພ້ອມກັນ ຫລື ປະສົມກັນ ເພາະຖ້າດື່ມເຫລົ້າແລ້ວມາດື່ມເຫລົ້າແວັງ ຫລື ເບຍຕື່ມອີກ ຈະຍິ່ງເຮັດໃຫ້ເຈັບຫົວຫລາຍຂຶ້ນ ແລະ ເມົາແຮງຂຶ້ນໄດ້.
- ວາງແຜນການເດີນທາງກັບເຮືອນ ຫາກຄິດວ່າຄືນນັ້ນທ່ານຈະດື່ມເຄື່ອງດື່ມອານກໍຮໍ ການຂັບລົດໄປເອງບໍ່ຄວນເຮັດເປັນຢ່າງຍິ່ງ ເພາະຖ້າຫາກເມົາແລ້ວຂັບອາດຈະເກີດອຸປະຕິເຫດ ຫລື ຖືກຕຳຫລວດຈະລາຈອນກັກຕົວໄດ້ ຄວນໃຫ້ຄົນໃນຄອບຄົວໄປສົ່ງ – ໄປຮັບຈະປອດໄພກ່ວາ.

