ການຟື້ນຟູຢູ່ແຂວງອຸດົມໄຊ ພວມໄດ້ຮັບການຮ່ວມມືຈາກຫລາຍພາກສ່ວນ ແຕ່ຍັງຕ້ອງການງົບອີກຈຳນວນຫລາຍ

ບົດທິດກໍ່າ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ໃນວັນທີ 26 ສິງຫາ 2022 ຜ່ານມາ, ຊາວແຂວງອຸດົມໄຊເວົ້າລວມ, ເວົ້າສະເພາະແມ່ນ 4 ເມືອງຄື: ເມືອງນາໝໍ້, ເມືອງໄຊ, ເມືອງຫລາ ແລະ ເມືອງງາ ໄດ້ຮັບຜົນກະທົບຈາກພາຍຸມາອອນ ເກີດມີຝົນຕົກໜັກໄຫລທະລັກ, ລົ້ນອັ່ງ, ຊຸທັ່ງເປັນບໍລິເວນກວ້າງ.

ຈາກຜົນກະທົບຄັ້ງນີ້ ມີ 25 ບ້ານ, 469 ຫລັງຄາເຮືອນ, ກວມສະຖິຕິພົນລະເມືອງເຖິງ 2.324 ຄົນ, ບາດເຈັບ 3 ຄົນ, ເສຍຊີວິດ 2 ຄົນ ແລະ 58 ຫລັງຄາເຮືອນຖືກນ້ຳຊຸທັ່ງໄຫລໄປນຳນ້ຳ, ລະບົບສາທາລະນຸປະໂພກເປັນອຳມະພາດ, ໄຟຟ້າ, ນ້ຳປະປາ, ລະບົບສື່ສານຖືກຕັດຂາດ, ຖະໜົນຫົນທາງ, ຂົວຫລາຍແຫ່ງຖືກເປ່ເພເສຍຫາຍໃຊ້ການບໍ່ໄດ້.

ຈາກການໃຫ້ສຳພາດຂອງທ່ານ ຄຳແສງ ອາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງອຸດົມໄຊ ຕໍ່ສື່ມວນຊົນເມື່ອບໍ່ດົນນີ້ວ່າ: ອາດໃຊ້ງົບປະມານໃນການບູລະນະສ້ອມແປງສະເພາະເສັ້ນທາງຫລາຍກວ່າ 60 ຕື້ກີບ. ໃນການບູລະນະສ້ອມແປງນີ້ ຖ້າມີງົບປະມານພຽງພໍກໍອາດໃຊ້ເວລາແຕ່ 2 ຫາ 3 ປີ. ທ່ານ ຄຳແສງ ອາລີ ກ່າວຢ້ຳ. ສ່ວນວ່າມູນຄ່າການເສຍຫາຍດ້ານອື່ນໆກໍອາດມີຫລາຍພັນຕື້.

ຢ່າງໃດກໍດີ, ເພື່ອເຮັດໃຫ້ສະພາບທຸກສິ່ງຢ່າງກ້າວສູ່ຄວາມສະຫງົບປົກກຕິ ມາຮອດປັດຈຸບັນກໍມີຫລາຍພາກສ່ວນໄດ້ໃຫ້ການຊ່ວຍເຫລືອຢ່າງເລັ່ງດ່ວນ. ສະເພາະກຳລັງທະຫານກອງພົນທີ 3 ແມ່ນໄດ້ລົງກອບກູ້ຊ່ວຍເຫລືອປະຊາຊົນໃນການເກັບກູ້ສິ່ງເສດເຫລືອ, ຊາກສະຫລັກຫັກພັງ ແລະ ຂົນເອົາວັດຖຸສິ່ງຂອງ ແລະ ປຸກສ້າງທີ່ຢູ່ອາໄສຊົ່ວຄາວໃຫ້ປະຊາຊົນນັບແຕ່ມື້ເກີດເຫດຈົນມາຮອດປັດຈຸບັນແມ່ນຍັງດຳເນີນໄປຈົນກວ່າສະພາບທຸກຢ່າງຈະໄດ້ຄີ້ຄາຍລົງ ແລະ ສະຫງົບລົງ.

ນອກຈາກນັ້ນ, ກໍຍັງມີຫລາຍບໍລິສັດຫ້າງຮ້ານໄດ້ໃຫ້ການຊ່ວຍເຫລືອບັນເທົາທຸກເຊັ່ນ: ກຸ່ມບໍລິສັດດອກງິ້ວຄຳໃຫ້ການຊ່ວຍເຫລືອເປັນເງິນ 1 ຕື້ກີບ, ບໍລິສັດຊີມັງອຸດົມໄຊ 30 ລ້ານກີບ, ທະນາຄານ JDB 20 ລ້ານກີບ ແລະ ບັນດາບໍລິສັດຫ້າງຮ້ານອື່ນໆ ລວມເປັນເງິນ 1 ຕື້ກວ່າກີບແລ້ວ. ມາຮອດປັດຈຸບັນ ບັນດາບໍລິສັດ, ຫ້າງຮ້ານ, ອົງການຈັດຕັ້ງ ນັບທັງຂອງບຸກຄົນ, ນິຕິບຸກຄົນ ທັງພາກລັດ ແລະ ເອກະຊົນກໍພວມທະຍອຍກັນໃຫ້ການຊ່ວຍເຫລືອຢ່າງຫລວງຫລາຍ. ແຫລ່ງຂ່າວຍັງໃຫ້ຮູ້ອີກວ່າ: ໃນໂອກາດການແຂ່ງຂັນກິລາບານເຕະຊີງແຊ້ມອາຊີ ຮຸ້ນອາຍຸບໍ່ເກີນ 20 ປີ ເຊິ່ງລາວເປັນເຈົ້າພາບ ທາງສະຫະພັນກິລາບານເຕະແຫ່ງຊາດລາວຈະມອບເງິນທີ່ຂາຍປີ້ເຂົ້າຊົມທັງໝົດເພື່ອໄປຊ່ວຍເຫລືອພີ່ນ້ອງຊາວແຂວງອຸດົມໄຊທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພໃນຄັ້ງນີ້ອີກດ້ວຍ. ເລີ່ມຈາກນີ້ເປັນຕົ້ນໄປ ຄາດຫວັງຈະມີບຸກຄົນ, ນິຕິບຸກຄົນ, ບັນດາບໍລິສັດ, ຫ້າງຮ້ານ ນັບທັງພາກລັດ ແລະ ເອກະຊົນຈະພ້ອມກັນໃຫ້ການຊ່ວຍເຫລືອເງິນຄຳ, ວັດຖຸປັດໄຈຕ່າງໆ ຈະເປັນເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ອຸປະກອນຮັບໃຊ້ໃນການກໍ່ສ້າງ ສັງກະສີ, ເຫລັກຕະປູ, ນ້ຳກິນ ແລະ ອື່ນໆຕາມສັດທາ ແລະ ຄວາມເສຍສະຫລະຂອງແຕ່ລະທ່ານ. ຂໍໃຫ້ພີ່ນ້ອງຊາວແຂວງອຸດົມໄຊເວົ້າລວມ, ເວົ້າສະເພາະແມ່ນພີ່ນ້ອງໃນ 3-4 ຕົວເມືອງທີ່ໄດ້ຮັບຜົນກະທົບຈົ່ງຜ່ານພົ້ນວິກິດຄັ້ງນີ້ໄປດ້ວຍດີ ແລະ ກໍຫວັງຢ່າງຍິ່ງວ່າ ພວກເຮົາຊາວລາວຜູ້ມີນ້ຳໃຈໃສສັດທາຈະພ້ອມກັນອວ່າຍໜ້າໄປຫາແຂວງອຸດົມໄຊເພື່ອເປັນກຳລັງໃຈໃຫ້ຜູ້ທີ່ໄດ້ຮັບຜົນກະທົບຜ່ານພົ້ນວິກິດມະຫາໄພຄັ້ງນີ້ດ້ວຍ.