ກຳປູເຈຍເຜີຍຈຳນວນນັກທ່ອງທ່ຽວຕ່າງປະເທດສູງກວ່າຄາດຄະເນ ຕັ້ງເປົ້າປີນີ້ເຖິງ 2 ລ້ານຄົນ

ສຳນັກຂ່າວຊິນຮົວລາຍງານວ່າ: ໃນວັນທີ 10 ກັນຍາ, ທ່ານ ທອງ ຄູນ ລັດຖະມົນຕີກະຊວງການທ່ອງທ່ຽວກຳປູເຈຍ ເປີດເຜີຍວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງຢ້ຽມຢາມກຳປູເຈຍເພີ່ມຂຶ້ນໃນອັດຕາວ່ອງໄວກວ່າຄາດຄະເນໄວ້ ເຊິ່ງຊຸກດັນເປົ້າໝາຍຕ້ອນຮັບນັກທ່ອງທ່ຽວໃນປີ 2022 ເພີ່ມເປັນ 2 ລ້ານຄົນ ຈາກຄາດຄະເນ 1 ລ້ານຄົນ.
ລາຍງານຫລ້າສຸດຈາກກະຊວງການທ່ອງທ່ຽວກຳປູເຈຍ ລະບຸວ່າ: ກຳປູເຈຍຕ້ອນຮັບນັກເດີນທາງຕ່າງປະເທດ 998.272 ຄົນ ໃນໄລຍະ 8 ເດືອນທຳອິດຂອງປີນີ້ ເພີ່ມຂຶ້ນ 720% ເມື່ອທຽບໃສ່ແຕ່ລະປີ.
ຖ້ານັບສະເພາະເດືອນສິງຫາ, ກຳປູເຈຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 254.813 ຄົນ ເພີ່ມຂຶ້ນ 2.680% ເມື່ອທຽບໃສ່ເດືອນດຽວກັນຂອງປີກ່ອນ.
ໄທ ເຊິ່ງເປັນປະເທດໃກ້ຄຽງ ຄອງອັນດັບໜຶ່ງດ້ານຈຳນວນນັກທ່ອງທ່ຽວທີ່ເດີນທາງເຂົ້າກຳປູເຈຍຫລາຍທີ່ສຸດ ລະຫວ່າງເດືອນມັງກອນ-ສິງຫາ, ຮອງລົງມາຫວຽດນາມ, ຈີນ, ອາເມລິກາ ແລະ ອິນໂດເນເຊຍ.
ທ່ານ ຄູນ ຄາດຄະເນຈາກສະຖິຕິຫລ້າສຸດວ່າ: ກຳປູເຈຍຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດປະມານ 1,5-2 ລ້ານຄົນໃນປີ 2022. ພ້ອມຊີ້ວ່າ: ຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນຢ່າງວ່ອງໄວເປັນຜົນມາຈາກການເປີດຊາຍແດນຢ່າງເຕັມຮູບແບບ, ກົນລະຍຸດການພັດທະນາການທ່ອງທ່ຽວ ແລະ ອັດຕາການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນລະດັບສູງ.
ທັງນີ້, ການທ່ອງທ່ຽວຖືເປັນ 1 ໃນ 4 ອຸດສາຫະກຳຫລັກຄ້ຳຈູນເສດຖະກິດກຳປູເຈຍ ໂດຍກຳປູເຈຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດສູງເຖິງ 6,6 ລ້ານຄົນ ໃນປີ 2020 ເຊິ່ງເປັນໄລຍະກ່ອນເກີດພະຍາດລະບາດໃຫຍ່ ແລະ ສ້າງລາຍໄດ້ທັງໝົດ 4,92 ພັນລ້ານໂດລາສະຫະລັດ.

