ເຄັ່ງຄຽດເກີນໄປສົ່ງຜົນກະທົບຕໍ່ຮ່າງກາຍໄດ້.

ຄວາມເຄັ່ງຄຽດ ເປັນອາການຂອງອາລົມ ຫລື ຄວາມຮູ້ສຶກທີ່ເກີດຂຶ້ນເມື່ອຕ້ອງພະເຊີນກັບບັນຫາຕ່າງໆ ທີ່ເຮັດໃຫ້ບໍ່ສະບາຍໃຈ, ວິຕົກກັງວົນ, ຮູ້ສຶກກົດດັນ ເຊິ່ງເມື່ອຕ້ອງຕົກຢູ່ໃນສະພາບແບບນີ້ໄປດົນໆ ອາດຈະສົ່ງຜົນເສຍຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈໄດ້ ຄວາມເຄັ່ງຄຽດສົ່ງຜົນກະທົບຕໍ່ຮ່າງກາຍໃນເລື່ອງໃດແດ່ ເຮົາມີຄຳຕອບດັ່ງນີ້ :
ຜົນຂອງຄວາມເຄັ່ງຄຽດສາມາດສົ່ງຜົນກະທົບຕໍ່ຮ່າງກາຍ ໂດຍຈະເຮັດໃຫ້ເກີດການປ່ຽນແປງ ແບ່ງອອກເປັນ 3 ດ້ານ ຄື :
- ທາງດ້ານຈິດໃຈ ແລະ ອາລົມ : ຄວາມເຄັ່ງຄຽດອາດເຮັດໃຫ້ສູນເສຍຄວາມເຊື່ອໝັ້ນໃນຄວາມສາມາດຈັດການກັບຊີວິດຕົນເອງ ເຮັດໃຫ້ຂາດສະມາທິ, ວິຕົກກັງວົນ, ໃຈຮ້າຍງ່າຍ, ຈິດໃຈໝົ່ນໝອງ. ໃນບາງຄົນທີ່ຕ້ອງພະເຊີນກັບຄວາມເຄັ່ງຄຽດເປັນເວລາດົນ ຮໍໂມນຄໍຕິໂຊນທີ່ມີປະລິມານເພີ່ມຂຶ້ນ ຈະເຮັດໃຫ້ແຊນປະສາດເສື່ອມ ແລະ ຫລຸດຈຳນວນລົງ ແລະ ຍັງມີຜົນຕໍ່ການເຮັດວຽກຂອງລະບົບສານສື່ປະສາດທີ່ເຮັດໜ້າທີ່ກ່ຽວກັບອາລົມ ແລະ ພຶດຕິກຳໂດຍສະເພາະສານສື່ປະສາດ ຈຶ່ງເຮັດໃຫ້ເກີດອາການຊຶມເສົ້າ ແລະ ວິຕົກກັງວົນກ່ວາເວລາປົກກະຕິ.
- ທາງດ້ານຮ່າງກາຍ : ຄວາມເຄັ່ງຄຽດທີ່ເກີດຂຶ້ນຈະກະຕຸ້ນລະບົບປະສາດອັດຕະໂນມັດ ເຮັດໃຫ້ເປັນວິນ, ໜ້າມືດ, ຄວາມດັນເລືອດສູງ, ພະຍາດຫົວໃຈ, ພະຍາດຕຸ້ຍ ແລະ ເມື່ອຕ້ອງຕົກຢູ່ໃນຄວາມເຄັ່ງຄຽດນີ້ເປັນເວລາດົນ ຈະເຮັດໃຫ້ສຸຂະພາບອ່ອນແອລົງ ເນື່ອງຈາກເກີດຄວາມບໍ່ດຸ່ນດ່ຽງຂອງລະບົບຮໍໂມນ ເຊິ່ງເຮັດໜ້າທີ່ຊ່ວຍຄວບຄຸມການເຮັດວຽກຂອງລະບົບຕ່າງໆພາຍໃນ, ການເກີດອາການທາງກາຍນັ້ນແຕກຕ່າງກັນໄປໃນແຕ່ລະບຸກຄົນ ຕັ້ງແຕ່ປວດຫລັງ, ເຈັບແອວ, ອ່ອນເພຍ, ເຈັບຫົວ, ໃນບາງຄົນຫາກເກີດຄວາມເຄັ່ງຄຽດທີ່ຮຸນແຮງຫລາຍໆ ອາດສົ່ງຜົນຕໍ່ຊີວິດໄດ້ ເນື່ອງຈາກການເຮັດວຽກທີ່ລົ້ມເຫລວຂອງຮ່າງກາຍ.
- ທາງດ້ານພຶດຕິກຳ : ນອກຈາກການປ່ຽນແປງທາງດ້ານຮ່າງກາຍແລ້ວ ຍັງສົ່ງຜົນເຮັດໃຫ້ພຶດຕິກຳການສະແດງອອກນັ້ນປ່ຽນແປງນຳ ເຊັ່ນ : ເບື່ອອາຫານ, ມີອາການນອນບໍ່ຫລັບ ຫລື ຫລັບຍາກ, ຕີໂຕຫ່າງອອກຈາກສັງຄົມ, ການປ່ຽນແປງຂອງສານເຄມີບາງຢ່າງໃນສະໝອງ ມີພຶດຕິກຳຮຸນແຮງຫລາຍຂຶ້ນ, ທຳຮ້າຍຜູ້ອື່ນ ຫລື ທຳຮ້າຍຕົນເອງ.
ທັງນີ້ ຫາກເລີ່ມຮູ້ສຶກວ່າຄວາມເຄັ່ງຄຽດສົ່ງຜົນກະທົບຕໍ່ຄຸນນະພາບຊີວິດ ຄວນເຂົ້າພົບທ່ານໝໍ ແລະ ປຶກສາຈິດຕະແພດສຳລັບການຫາແນວທາງການປິ່ນປົວຢ່າງເໝາະສົມຖືກຕ້ອງຕໍ່ໄປ.

