ລະດູຟ້າຝົນຊົນລະທາການໄປມາຫຍຸ້ງຍາກ ສິ່ງສຳຄັນຄືຄວນມີສະຕິ

ໂດຍ: ທິດກໍ່າ
ມາຮອດໄລຍະນີ້, ສະພາບດິນຟ້າອາກາດຢູ່ບ້ານເຮົາກໍກ້າວເຂົ້າທ້າຍລະດູຝົນແລ້ວ, ແຕ່ອັນສຳຄັນນັ້ນ ເຮົາກໍຍັງບໍ່ທັນຮູ້ລະອຽດວ່າຈະມີພາຍຸຫົວໃຫຍ່ມາອາລະວາດຊ້ຳທ້າຍອີກ ຫລື ບໍ່ ເພາະວ່າຕາມອຸຕຸແຈ້ງເຕືອນສະພາບຟ້າຝົນ ນັບແຕ່ວັນທີ 5 ຫາວັນທີ 11 ກັນຍາ 2022 ຈະມີຝົນຕົກໜັກໃນທົ່ວປະເທດວ່າຊັ້ນ ! ສະໄໝນີ້ ສະພາບຟ້າຝົນມັນບໍ່ແນ່ນອນ ບາງປີຍາມບຸນທາດຫລວງກໍມີຝົນຕົກໜັກທັງລົມທັງຝົນໜໍ່າລົງມາ ຈົນເຮັດໃຫ້ນ້ຳຫົ້ງຄັບທີບ. ສະນັ້ນ ທາງທີ່ດີໃນການຊອກຫາຄວາມປອດໄພຈາກພາຍຸຝົນຕົກໜັກກໍມີແຕ່ພະຍາຍາມຕິດຕາມຂ່າວຄາວຈາກອຸຕຸນິຍົມອຸທົກກະສາດຢ່າງໃກ້ຊິດນັ້ນລະຈຶ່ງເປັນການດີ.
ແນວໃດກໍຕາມ, ຜ່ານການຕິດຕາມສະພາບຟ້າຝົນມາແຕ່ຕົ້ນລະດູຈົນມາຮອດປັດຈຸບັນ ເມື່ອໃດມີພາຍຸຝົນຕົກໜັກແລ້ວ ການເດີນທາງໄປມາມັນກໍມັກມີອຸປະສັກຫຍຸ້ງຍາກ ແລະ ເກີດອຸປະຕິເຫດເລື້ອຍໆ. ການໄປມາທີ່ມີຄວາມຫຍຸ້ງຍາກທີ່ສຸດກໍແມ່ນສາຍທາງ 13 ເໜືອ ຈຸດທີ່ຫຍຸ້ງຍາກ ແລະ ມີຄວາມສ່ຽງຫລາຍກວ່າໝູ່ກໍແມ່່ນແຖວພູເກົ້າຫລັກ ຝົນຕົກມາຍາມໃດ ນ້ຳປ່າມັກໄຫລຫລາກ, ດິນເຈື່ອນທັບຖົມເສັ້ນທາງ ຫລື ເສັ້ນທາງມື່ນຈົນເຮັດໃຫ້ເກີດອຸປະຕິເຫດມາແລ້ວຫລາຍລາຍ. ສ່ວນສາຍທາງ 13 ໃຕ້ຍ່ານຫລັກ 71 ຫາປາກຊັນ, ຄຳມ່ວນ ການໄປມາກໍອ່າວຫຍຸ້ງຍາກແດ່ ຍ້ອນວ່າກຳລັງປັບປຸງເສັ້ນທາງໃໝ່ ມີຫລາຍຄົນໄດ້ຜ່ານໄປມາຊ່ວງນີ້ກໍພາກັນຈົ່ມວ່າທາງເປັນບວກຂຸມ ຍ້ອນມີການປັບໜ້າດິນເພື່ອຂະຫຍາຍເສັ້ນທາງໃຫ້ກວ້າງອອກກວ່າເກົ່າ.
ເວົ້າລວມແລ້ວ, ລະດູຝົນປີນີ້ຫລາຍທ້ອງຖິ່ນກໍໄດ້ຮັບຜົນກະທົບຫລາຍສົມຄວນ ເປັນຕົ້ນທາງພາກໃຕ້ກໍແມ່ນແຂວງສາລະວັນ ເລາະລົງໄປຮອດສ່ວນໜຶ່ງຂອງແຂວງເຊກອງ ເຮັດໃຫ້ເສັ້ນທາງຫລາຍສາຍໃນທ້ອງຖິ່ນຖືກນ້ຳຖ້ວມ, ຂົວເປ່ເພຈຳນວນໜຶ່ງ ແຕ່ກໍບໍ່ໜັກເທົ່າແຂວງອຸດົມໄຊທີ່ໄດ້ຮັບຜົນກະທົບຈາກພາຍຸມາອອນໃນວັນທີ 26 ສິງຫາຜ່ານມາ. ຜົນກະທົບຈາກພາຍຸຄັ້ງນີ້ເຮັດໃຫ້ 4 ເມືອງຄື: ເມືອງງາ, ເມືອງນາໝໍ້, ເມືອງໄຊ ແລະ ເມືອງຫລາ ໄດ້ຮັບຜົນກະທົບຢ່າງໜັກ ເປັນຕົ້ນມີພົນລະເມືອງ 2.324 ຄົນໄດ້ຮັບຜົນກະທົບ, 25 ບ້ານ, 469 ຫລັງຄາເຮືອນຖືກນ້ຳຖ້ວມ ໃນນີ້ກໍຍັງມີຜູ້ບາດເຈັບ 3 ຄົນ, ເສຍຊີວິດ 2 ຄົນ ແລະ 58 ຫລັງຄາເຮືອນຖືກນ້ຳຊຸຫລັ່ງໄປນຳນ້ຳຢ່າງໜ້າອະໜາດ. ນັບແຕ່ມື້ນັ້ນເປັນຕົ້ນມາ ທາງອຳນາດການປົກຄອງທຸກຂັ້ນ ນັບແຕ່ການນຳຂັ້ນສູນກາງ ແລະ ທ້ອງຖິ່ນ ບໍ່ວ່າທະຫານ, ພະນັກງານ ແລະ ຜູ້ທີ່ມີນ້ຳໃຈໃສສັດທາສຸມກຳລັງໃຫ້ການຊ່ວຍເຫລືອເປັນຢ່າງດີ.
ເຖິງຢ່າງໃດກໍດີ, ມາຮອດປັດຈຸບັນນີ້ຖືວ່າກ້າວເຂົ້າທ້າຍລະດູຝົນແລ້ວ ຟ້າຝົນຊົນລະທາກໍອາດຄ່ອຍໆເຫືອດຫາຍໄປຕາມລະດູການ, ແຕ່ທີ່ໜ້າເປັນຫ່ວງນັ້ນ ຄືອຸຕຸໄດ້ແຈ້ງເຕືອນວ່າ: ແຕ່ນີ້ໄປຮອດເດືອນ 12/2022 ຍັງຈະມີຝົນຕົກໜັກຢູ່ວ່າຊັ້ນ! ໂອຍ ເຫັນຂ່າວອອກມາແບບນີ້ມັນລະປຸກປານຢາບ້ານຫ້ອມ. ສະນັ້ນ ການໄປການມາຂັບລົດລາງພາຫະນະໃຫ້ພ້ອມກັນມີສະຕິ.

