ພາສີ ນໍ້າກັ່ນມອບ ຝຸ່ນຂາວ ປະເພດສານເຄມີຜິດກົດໝາຍກວ່າ 11,5 ໂຕນ ໃຫ້ແກ່ ປກສ ແຂວງຊຽງຂວາງດຳເນີນຄະດີ

ວັນທີ 7 ກັນຍາ 2022 ຜ່ານມານີ້, ທີ່ດ່ານພາສີສາກົນນ້ຳກັ່ນ ແຂວງຊຽງຂວາງ ໄດ້ມອບ–ຮັບຂອງກາງ ຝຸ່ນສີຂາວຈຳນວນ 231 ເປົາ (1 ເປົາ= 50 ກິໂລ) ລວມນໍ້າໜັກທັງໝົດ 11.550 ກິໂລກຣາມ, ຜ້າແພັມເພີດເດັກນ້ອຍຈໍານວນ 10 ແກັດ, ມອບໂດຍທ່ານ ກ້ອນແກ້ວ ເທບພະວົງ ຫົວໜ້າດ່ານພາສີສາກົນນໍ້າກັ່ນ, ຮັບເຈົ້າໜ້າຕໍາຫຼວດ ປກສ ແຂວງຊຽງຂວາງແມ່ນທ່ານ ຄໍາໄຊຢ່າ ເຍ່ຍເຈີ ຮອງຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຊຽງຂວາງ, ຊຶ່ງມີຄະນະຄຸ້ມຄອງດ່ານສາກົນນໍ້າກັ່ນ, ຄະນະດ່ານພາສີສາກົນນໍ້າກັ່ນ, ເຈົ້າໜ້າທີ່ພາສີປະຈຳແຂວງ, ປະຈຳດ່ານ, ເຈົ້າໜ້າທີ່ ຕມ, ເຈົ້າໜ້າທີ່ຢ່າເສບຕິດ, ເຈົ້າໜ້າທີ່ສາທາ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າໜ້າທີ່ພາສີ ປະຈຳແຂວງຊຽງຂວາງ ລາຍງານໃຫ້ຮູ້ວ່າ: ວັນທີ 20 ສິງຫາ 2022 ຜ່ານມາ ດ່ານພາສີສາກົນນ້ຳກັ່ນ ແຂວງຊຽງຂວາງ, ໄດ້ຮັບແຈ້ງພາສີສິນຄ້າເປັນປະເພດສີຮອງພື້ນ ແລະ ໄດ້ດຳເນີນການຊຳລະຄ່າພາສີ–ອາກອນ ແລະ ພັນທະອື່ນໆຕາມລະບຽບການ, ຈາກນັ້ນໄດ້ລໍຖ້າເຈົ້າຂອງສິນຄ້າ ແລະ ຜູ້ບໍລິການແຈ້ງພາສີມາຮອດວັນທີ 24 ສິງຫາ 2022, ເວລາ 15:30 ໂມງ, ເຈົ້າໜ້າທີ່ປະຈຳດ່ານປະກອບມີເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ ຕມ, ເຈົ້າໜ້າທີ່ຢ່າເສບຕິດ, ເຈົ້າໜ້າທີ່ສາທາ, ຈຶ່ງໄດ້ພ້ອມກັນກວດກາລົດຕູ້ຄອນເທນເນີຫົວລາກໝາຍເລກທະບຽນ 37C10610, ຫາງລາກ 37R 01948 ພົບເຫັນເປົາບັນຈຸຝຸ່ນສີຂາວຈຳນວນ 231 ເປົາ (1 ເປົາ= 50 ກິໂລ) ລວມນໍ້າໜັກທັງໝົດ 11.550 ກິໂລກຣາມ, ຜ້າແພັມເພີດເດັກນ້ອຍຈໍານວນ 10 ແກັດ.

ຜ່ານການກວດກາສິນຄ້າຕົວຈິງເຫັນວ່າການແຈ້ງຊະນິດ ແລະ ຈຳນວນນໍ້າໜັກບໍ່ຖືກຕ້ອງ, ຫີບຫໍ່ສິນຄ້າບໍ່ມີເຄື່ອງໝາຍການຄ້າ, ບໍ່ລະບຸວັນ–ເດືອນ–ປີຜະລິດ, ເອກະສານປະກອບການແຈ້ງບໍ່ຄົບຖ້ວນຖືກຕ້ອງຕາມກົດໝາຍວ່າດ້ວຍພາສີກຳນົດໄວ້, ຈຶ່ງໄດ້ກວດກາຕົວຈິງຢ່າງລະອຽດພົບເຫັນເຫັນເປົາບັນຈຸແປ້ງຝຸ່ນສີຂາວຜິດປົກກະຕິ, ຈຶ່ງໄດ້ນຳເອົາຕົວຢ່າງຈຳນວນ 2 ກິໂລກະຣາມມອບໃຫ້ເຈົ້າໜ້າທີ່ຢາເສບຕິດ ແລະ ເຈົ້າໜ້າທີ່ ປກສ ຂອງແຂວງຊຽງຂວາງເພື່ອນຳໄປວິໄຈ.
ມາຮອດວັນທີ 6 ກັນຍາ 2022 ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຊຽງຂວາງ, ໄດ້ນຳເອົາໃບຢັ້ງຢືນຜົນການວິໄຈຂອງກົມຕຳຫຼວດຕິວິທະຍາ ກະຊວງປ້ອງກັນຄວາມສະຫງົບ, ມາແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນນໍ້າກັ່ນ
ເປັນສານເຄມີຂັ້ນຕົ້ນປະເພດຝຸ່ນສີຂາວຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ແລະ ພ້ອມດຽວກັນຕຳຫຼວດ ປກສ ແຂວງ, ໄດ້ສະເໜີວ່າຈະນໍາຕົວຜູ້ຖືກຫາທັງ 2 ຄົນ, ພ້ອມຂອງກາງ ແລະ ພາຫະນະທີ່ພົວພັນກັບຄະດີດັ່ງກ່າວໄປໄວ້ຢູ່ກອງບັນຊາການ ປກສ ແຂວງຊຽງຂວາງ.
ສະນັ້ນ, ທາງເຈົ້າໜ້າທີ່ພາສີປະຈໍາດ່ານເຫັນວ່າຜູ້ຖືກຫາແມ່ນເຫັນດີໃຫ້ເອົາໄປຕາມການສະເໜີຂອງເຈົ້າໜ້າທີ່ ປກສ ແຂວງ, ສ່ວນສິນຄ້າທີ່ເປັນຂອງກາງ ແລະ ພາຫະນະເຈົ້າໜ້າທີ່ພາສີປະຈຳດ່ານດຳເນີນຂັ້ນຕອນເບື້ອງຕົ້ນຂອງການພົບເຫັນການລະເມີດກົດໝາຍວ່າດ້ວຍພາສີ, ພາຍຫຼັງສຳເລັດລາຍງານຕາມຂັ້ນຕອນ ແລະ ປະຕິບັດຕາມລະບຽບການກົດໝາຍກຳນົດ, ຈະດຳເນີນການມອບໃຫ້ເຈົ້າໜ້າທີ່ຕໍາຫຼລວດ ປກສ ແຂວງຊຽງຂວາງເພື່ອໄປດຳເນີນຄະຕິຕາມລະບຽບກົດໝາຍ.

