DSI ກຽມອອກໝາຍຮຽກ ດີເຈແມນ-ໃບເຕີຍ ໃຫ້ຍອມຮັບຂໍ້ກ່າວຫາໃນຄະດີ Forex-3D ພົບເສັ້ນທາງການເງິນຜິດປົກກະຕິ

ໃນວັນທີ 7 ກັນຍາ 2022 ທີ່ຜ່ານມາ Dsi ກຽມອອກໝາຍຮຽກຜູ້ຕ້ອງຫາເພີ່ມເຕີມອີກ ຈາກກຸ່ມ 16 ຄົນໃນຄະດີ Forex-3D ເຊິ່ງໃນລາຍຊື່ດັ່ງກ່າວປາກົດມີຊື່ຂອງ 2 ນັກສະແດງ- ສິລະປິນ ໃບເຕີຍ ອາສະຫຍາມ ແລະ ດີເຈແມນ ສ່ວນອີກ 2 ຄົນເປັນ ປະຊາຊົນທົ່ວໄປ ໃຫ້ເຂົ້າມາຮັບຂໍ້ກ່າວຫາຕັ້ງແຕ່ວັນທີ 15 ກັນຍາ ເປັນຕົ້ນໄປ
ຮ້ອຍຕຳຫລາດເອກ ວິສະນຸ ສິມຕະກູນ ຜູ້ອຳນວຍການກອງຄະດີທຸລະກິດການເງິນນອກລະບົບ ໄດ້ກ່າວວ່າ: ກອງປະຊຸມມີມະຕິຮຽກຕົວຜູ້ກ່ຽວເນື່ອງຈາກມີພະນັກງານສອບສວນໄດ້ລວບລວມພະຍານຫລັກຖານທີ່ສາມາດກວດສອບເປັນຕົ້ນແມ່ນ: ເສັ້ນທາງການເງິນມີຄວາມຜິດປົກກະຕິ, ຄວາມສຳພັນ, ການຊັກຊວນຕ່າງໆ. ໃນເບື້ອງຕົ້ນ ທັງ 4 ຄົນຕ້ອງມາຮັບຂໍ້ກ່າວຫາ 3 ຂໍ້ຫາ ຫລັກຄື: ຄວາມຜິດທຸຈະລິດຫລອກລວງ, ຮ່ວມກັນນຳເຂົ້າສູ່ລະບົບຄອມພິວເຕີ ໂດຍບໍ່ມີຂໍ້ມູນຈິງ ທີ່ເຮັດໃຫ້ປະຊາຊົນມີຄວາມເສຍຫາຍ, ແລະ ຮ່ວມກັນກູ້ຢືມເງິນທີ່ເປັນການສໍ້ໂກງປະຊາຊົນ ເຊິ່ງຄວາມສຳພັນຂອງ ດີເຈແມນ ແລະ ໃບເຕີຍ ຕໍ່ກັບຜູ້ບໍລິຫານບໍລິສັດ Forex-3D ແມ່ນ ທັງສາມເຄີຍໄປກິນເຂົ້າຮ່ວມກັນ, ອອກງານກິດຈິກຳຕ່າງໆ ເຫດການດັ່ງກ່າວສາມາດນຳມາໃຊ້ພິຈາລະນາໄດ້ ແຕ່ທີ່ສຳຄັນຄືເສັ້ນທາງການເງິນທີ່ເຫັນຊັດເຈນແມ່ນ ມີເງິນເຂົ້າຫລາຍລ້ານ ບໍ່ຕໍ່າກວ່າ 10 ລ້ານບາດ . ຖ້າຫາກ 4 ຄົນດັ່ງກ່າວບໍ່ມາຕາມໝາຍຮຽກຈະພິຈາລະນາອອກໝາຍຈັບຕໍ່ໄປ.

