ຮອງປະທານປະເທດ ຕ້ອນຮັບທູດ​ໄທເຂົ້າຢ້ຽມອໍາລາສໍາເລັດໜ້າທີ່ວຽກ​ງານການທູດຢູ່ ສປປ ລາວ

ວັນທີ 9 ກັນຍາ 2022 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອໍາລາຂອງ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ, ຢູ່​ຫ້ອງ​ຮັບ​ແຂກ​ຂອງ​ສະ​ພາ​ແຫ່ງ​ຊາດ ໃນໂອກາດທີ່ທ່ານທູດສໍາເລັດໃນການປະຕິບັດໜ້າທີ່ວຽກ​ງານການທູດຢູ່ ສປປ ລາວ.

ໂອກາດນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີ​ລາ​ຄາ​ສູງຕໍ່ທ່ານທູດ ທີ່ໄດ້ປະຕິບັດໜ້າທີ່ທາງການທູດ ປະຈໍາ ສປປ ລາວ ຈົນສໍາເລັດຜົນ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ – ຣາຊະອານາຈັກໄທ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມ​ທັງ​ອວຍ​ພອນ​ໃຫ້​ທ່ານທູດ ຈົ່ງ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະ​ຫວັດ​ດີ​ພາບ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ໃໝ່​ຂອງ​ທ່ານ.

ພ້ອມນີ້, ທ່ານທູດໄທ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານປະເທດທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະ​ແດງ​ຄວາມຂອບໃຈຕໍ່ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນຊ່ວຍເຫລືອຕະຫລອດໄລຍະເວ​ລາ ທີ່​ປະ​ຕິ​ບັດ​ວຽກ​ງານ​ການ​ທູດ​ຢູ່ ສ​ປ​ປ ລາວ ຈົນ​ປະ​ສົບ​ຜົນ​ສຳ​ເລັດຕາມ​ລະ​ດັບ​ຄາດ​ໝາຍ.   ເຊິ່ງໄລຍະຜ່ານມາການຮ່ວມມືຂອງສອງປະເທດ ລາວ-ໄທ ມີການລົງທຶນທີ່ສໍາຄັນເປັນຕົ້ນ: ທຸລະກິດໂຮງແຮມ, ໂທລະຄົມມະນາຄົມ, ການຂົນສົ່ງ, ພະລັງງານໄຟຟ້າ, ອຸດສາຫະກໍາ, ທະນາຄານ, ເຄື່ອງນຸ່ງຫົ່ມ, ຫັດທະກໍາ, ການທ່ອງທ່ຽວ ແລະ ອື່ນໆ, ໂດຍມູນຄ່າການລົງທຶນຂອງໄທຢູ່ລາວ ປະມານ 4,7 ຕື້ໂດລາ, ມີ 761 ໂຄງການ ແລະ ຖືກຈັດຢູ່ອັນດັບ 2 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ ຮອງຈາກ ສ​ປ ຈີນ.