ຈອດລົດໜີນ້ຳຖ້ວມ ທີ່ຣັງສິດ ປະເທດໄທ

ໃນວັນທີ 9 ກັນຍາ 2022 ປະຊາຊົນຈຳນວນຫລາຍໃນພື້ນທີ່ ຣັງສິດ, ປະທຸມທານີ ປະເທດໄທ ນຳລົດມາຈອດໜີນ້ຳຖ້ວມທີ່ບໍລິເວນທາງຂຶ້ນດອນເມືອງ ພາຍຫລັງທີ່ເທດສະບານນະຄອນຣັງສິດ ປະກາດທາງເພຈເຟສບຸກໃຫ້ປະຊາຊົນຈອດລົດເພື່ອໜີນ້ຳຖ້ວມໄດ້

ທ້າວ ອະດິສັກ ສິຣິຫົງ ໜຶ່ງໃນປະຊາຊົນທີ່ເອົາລົດມາຈອດໃນສະຖານທີ່ດັ່ງກ່າວໃຫ້ຮູ້ວ່າ: ຕົນເອງອາໄສຢູ່ທີ່ຣັງສິດ ເຊິ່ງຖືກນ້ຳຖ້ວມມາ 3 ວັນແລ້ວ ກ່ອນໜ້ານີ້ນຳລົດໄປຈອດທີ່ປະຕູລະບາຍນ້ຳ ພໍຮູ້ວ່າບໍລິເວນນີ້ອະນຸຍາດໃຫ້ຈອດໄດ້ຈຶ່ງນຳລົດມາຈອດໃນຕອນແລງຂອງມື້ວານນີ້ ເພາະຕອນີ້ປະຕູລະບາຍນ້ຳກໍຖ້ວມແລ້ວ ແຕ່ຕ້ອງນອນເຝົ້າລົດເພາະຢ້ານລົດເສຍ ເຊິ່ງເຄີຍໄດ້ຍິນມາວ່າລົດທີ່ນຳມາຈອດໃນບໍລິເວນດັ່ງກ່າວມີຄົນເສຍຫລາຍຄັນໃນຕອນນ້ຳຖ້ວມຫລາຍປີກ່ອນ