ຄຸກຄາມທາງເພດຜ່ານສື່ ບໍ່ແມ່ນເລື່ອງລໍ້ຫລິ້ນ ຢ່າຖືເບົາເຫຍື່ອທີ່ເດືອດຮ້ອນແທ້.

ເມື່ອບັນຫາຄຸກຄາມທາງເພດ ມັນແຊກຊຶມຢູ່ທຸກບ່ອນແມ່ນແຕ່ໃນໂລກອອນລາຍ ທີ່ຄົນຫລາຍຄົນບໍ່ໄດ້ຮູ້ຈັກມັກຄຸ້ນ ຫລື ເຄີຍເຫັນໜ້າເຫັນຕາກັນ ໂດຍສະເພາະໃນໂລກອອນລາຍທີ່ເກີດປະເດັນບັນຫາຄຸກຄາມທາງເພດໃຫ້ເຫັນຢູ່ຫລາຍເທື່ອ ມາຮອດນີ້ ຫລາຍຄົນຄົງຢາກຮູ້ແລ້ວແມ່ນບໍ່ວ່າພຶດຕິກຳໃດທີ່ເຂົ້າຂ່າຍຄຸກຄາມທາງເພດແດ່.

  • ການກະທຳທາງສາຍຕາ : ເປັນການຈັບຈ້ອງທີ່ເຮັດໃຫ້ຜູ້ຖືກຈັບຈ້ອງນັ້ນຮູ້ສຶກອຶດອັດ, ບໍ່ສະບາຍໃຈ ແລະ ອາດສົ່ງຜົນໃຫ້ຄົນທີ່ຢູ່ອ້ອມຂ້າງຮູ້ສຶກຄືກັນ ເຊັ່ນ : ການຈັບຈ້ອງບໍລິເວນໜ້າເອິກ, ບໍລິເວນກ້ອງກະໂປ່ງ ຫລື ຈັບຈ້ອງພາກສ່ວນໃດສ່ວນໜຶ່ງຂອງຮ່າງກາຍ.
  • ການກະທຳທາງວາຈາ : ແມ່ນການວິພາກວິຈານຮູບຮ່າງທີ່ສໍ່ໄປໃນທາງເພດ, ການລົມເລື່ອງຕະຫລົກກ່ຽວກັບທາງເພດ, ການເວົ້າຈາສຽດສີ, ເວົ້າເລື່ອງລາມົກອະນາຈານ ຫລື ເປັນການຊັກຊວນໃຫ້ກະທຳການໃດໆໃນບ່ອນລັບຫູລັບຕາ ໂດຍທີ່ຜູ້ຖືກຊັກຊວນບໍ່ເຕັມໃຈ.
  • ກະທຳທາງກາຍ : ເປັນການສວຍໂອກາດສຳຜັດຮ່າງກາຍຜູ້ອື່ນ ຂະນະທີ່ຢູ່ໃນສະຖານທີ່ໆມີຜູ້ຄົນແອອັດ ຫລື ຄັບແຄບ ຈົນບໍ່ສາມາດຫລີກໜີໄດ້ ເຊັ່ນ : ຂະນະຢູ່ເທິງລົດໂດຍສານປະຈຳທາງ, ເຮືອໂດຍສານ, ລົດໄຟຄວາມໄວສູງ ເປັນຕົ້ນ. ນອກຈາກນີ້, ຍັງລວມເຖິງພຶດຕິກຳການຊູຊີໂດຍທີ່ອີກຝ່າຍບໍ່ຫລິ້ນນຳ, ການດຶງມານັ່ງຕັກ, ການເລຍຮີມສົບ, ການເຮັດໜ້າຕາທ່າທາງລາມົກ ຫລື ກະທັ້ງການໃຊ້ມື ຫລື ການເຄື່ອນໄຫວຮ່າງກາຍທີ່ສື່ໄປໃນທາງເພດ.
  • ການເປີດ ຫລື ສົ່ງຮູບຖ່າຍ ຫລື ຂໍ້ຄວາມທີ່ກ່ຽວກັບທາງເພດ : ບໍ່ວ່າຈະເປັນການເປີດຮູບພາບໂປ້ເປືອຍ, ຄລິບໂປ້ໃນຄອມພິວເຕີບ່ອນເຮັດວຽກ ຫລື ໃນໂທລະສັບມືຖືຕົນເອງ ແມ່ນແຕ່ການສົ່ງ ແລະ ເຜີຍແຜ່ຂໍ້ຄວາມ ຫລື ຮູບຖ່າຍທີ່ເປັນການສະແດງດ້ານສັນຍະລັກທາງເພດຜ່ານສື່ສັງຄົມອອນລາຍ ເຊັ່ນ : ເຟສບຸກ, ທະວິດເຕີ, ວັອດແອັບ ກໍເຂົ້າຂ່າຍຄຸກຄາມທາງເພດຄືກັນ.
  • ການກະທຳທາງເພດເພື່ອແລກປ່ຽນຜົນປະໂຫຍດ : ພຶດຕິກຳແບບນີ້ຜູ້ກໍ່ເຫດມັກເປັນຄົນທີ່ມີອຳນາດໃນມື ແລະ ໃຊ້ອຳນາດທີ່ມີຕໍ່ລອງ ຫລື ໃຫ້ສັນຍາວ່າຈະຊ່ວຍເລື່ອງຕຳແໜ່ງໜ້າທີ່ວຽກງານ, ເລື່ອງການຮຽນ, ທຶນຮຽນຕໍ່, ທຶນວິໄຈ ຫລື ການເພີ່ມເງິນເດືອນ ແລກກັບການມີເພດສຳພັນ ຫລື ຂໍໃຫ້ເຮັດຢ່າງອື່ນທີ່ກ່ຽວກັບທາງເພດ ເຊັ່ນ : ຂໍໃຫ້ສົ່ງຮູບພາບໂປ້ເປືອຍ ຫລື ສົ່ງຄລິບຊ່ວຍຕົນເອງມາໃຫ້ ເປັນຕົ້ນ.

+ ວິທີພະເຊີນໜ້າ ເມື່ອຖືກຄຸກຄາມທາງເພດ :

  • ສະແດງອອກຈະແຈ້ງວ່າບໍ່ພໍໃຈກັບສະຖານະການຄຸກຄາມທີ່ເກີດຂຶ້ນ ດ້ວຍການບອກເຂົາ​(ຜູ້ກະທຳ) ໃຫ້ຢຸດ ແລະ ເຂົາບໍ່ມີສິດມາເຮັດກັບທ່ານແບບນີ້ ເຊິ່ງຫາກຈຸດທີ່ທ່ານຢູ່ເປັນພື້ນທີ່ສາທາລະນະ ຂໍໃຫ້ເວົ້າສຽງດັງໃຫ້ຄົນອື່ນໄດ້ຍິນນຳ ຢ່າເມົາແຕ່ອາຍ ຫລື ເກງໃຈໃຜ ຍິ່ງມີຄົນຮັບຮູ້ຫລາຍ ເຂົາອາດຈະອາຍຈົນຢຸດພຶດຕິກຳຄຸກຄາມໄດ້ໄວ.
  • ຫລີກເວັ້ນການພະເຊີນໜ້າ ຖ້າບໍ່ຈຳເປັນ ບໍ່ຄວນໄປຢູ່ໃນບ່ອນທີ່ລັບຫູລັບຕາ, ແຕ່ຫາກຫລີກເວັ້ນບໍ່ໄດ້ ຄວນຊວນໝູ່ ຫລື ຄົນຮູ້ຈັກໄປນຳ ແຕ່ຖ້າສະຖານະການສະເພາະໜ້າທີ່ຈຳເປັນແທ້ໆ ຂໍໃຫ້ທ່ານຮີບແລ່ນອອກໄປຢູ່ໃນບ່ອນທີ່ຄົນຫລາຍໆທັນທີ ຫລື ຮ້ອງຂໍຄວາມຊ່ວຍເຫລືອ ເພື່ອຄວາມປອດໄພຂອງຕົນເອງ.
  • ເຄີຍເວົ້າ ເຄີຍລົມ ເຄີຍເຈລະຈາແລ້ວ ແຕ່ຍັງບໍ່ຍອມຢຸດຄຸກຄາມ ຫາກເປັນແບບນີ້ຂໍໃຫ້ທ່ານພາໝູ່ ຫລື ຄົນທີ່ເຊື່ອຖືໄດ້ໄປພົບກັບເຂົາອີກຄັ້ງ ເພື່ອເຈລະຈາຮອບທີ່ 2 ແບບມີຄົນກາງມາຮັບຟັງບັນຫາ ເຊື່ອວ່າ ການທີ່ມີຄົນກາງເຂົ້າມາກ່ຽວຂ້ອງອາດເຮັດໃຫ້ເຂົາເກງໃຈຄົນເກງ ແລະ ຢຸດການຄຸກຄາມ.
  • ກໍລະນີຜູ້ກະທຳເປັນບຸກຄົນໃກ້ຊິດ ເຊັ່ນ : ໝູ່ຮ່ວມຫ້ອງຮຽນ, ຄູ – ອາຈານ, ຫົວໜ້າ ຫລື ເພື່ອນຮ່ວມງານ ຂໍໃຫ້ທ່ານຈົດບັນທຶກເຫດການໄວ້ເປັນລາຍລັກອັກສອນ (ລະບຸວັນເວລາທີ່ເກີດເຫດ/ບັນລະຍາຍເຫດການແບບສັ້ນໆ/ຊື່ພະຍານ) ຫລື ການບັນທຶກພາບ ແລະ ສຽງໄວ້ ເພື່ອເອົາໄປໃຊ້ເປັນຫລັກຖານໃນການເອົາຜິດຜູ້ກະທຳ.
  • ກໍລະນີຜູ້ກະທຳບໍ່ແມ່ນບຸກຄົນໃກ້ຊິດ ເຊິ່ງໃນກໍລະນີນີ້ມັກເກີດຂຶ້ນໃນສະຖານທີ່ໆມີຜູ້ຄົນແອອັດ ແລະ ຄັບແຄບ ເຊັ່ນ :​ ລົດໂດຍສານປະຈຳທາງ, ເຮືອໂດຍສານ, ລົດໄຟຄວາມໄວສູງ ເປັນຕົ້ນ ສະນັ້ນເມື່ອເກີດເຫດ ສິ່ງທີ່ທ່ານຄວນກະທຳ ກໍຄື ການຂໍຄວາມຊ່ວຍເຫລືອໃຫ້ຈັບໂຕຜູ້ກະທຳ ເພື່ອນຳໂຕໄປສົ່ງເຈົ້າໜ້າທີ່ຕຳຫລວດຕໍ່ໄປ.