ສາເຫດໄຟໄໝ້ລົດຢູ່ທາງດ່ວນ ຍ້ອນບໍ່ຮັບປະກັນທາງດ້ານເຕັກນິກ

ທ່ານ ພັນໂທ ວັດທະນາ ຈິດຕະພົງ ເຈົ້າໜ້າທີ່ຈະລາຈອນປະຈຳທາງດ່ວນ ໃຫ້ສຳພາດຕໍ່ທີມງານຂ່າວໜັງສືພິມລາວພັດທະນາ ວັນທີ 9 ກັນຍາ 2022 ວ່າ: ນັບແຕ່ເປີດທາງດ່ວນມາມີລົດໄຟໄໝ້ຢູ່ທາງດ່ວນ 4 ຄັ້ງ, ຄັ້ງຫລ້າສຸດວັນທີ 2 ກັນຍາ 2022 ເຊິ່ງລົດຄັນດັ່ງກ່າວໄດ້ເຂົ້າມາແຕ່ສະຖານີນະຄອນຫລວງ ມຸ່ງໜ້າສູ່ແຂວງວຽງຈັນ, ພໍມາຮອດບ່ອນສະຖານີນາຂ່າ ລົດເກີດດັບເອງ ແລະ ໄດ້ຈອດເຂົ້າແຄມທາງ ພ້ອມທັງສະຕາດອີກຄັ້ງ ຈຶ່ງສັງເຫດເຫັນປະກາຍໄຟຢູ່ໃກ້ຖັງນໍ້າມັນ ຈຶ່ງລົງມາເອົາເສື້ອຟາດໆຫວັງດັບໄຟແຕ່ບໍ່ສາມາດດັບໄຟໄດ້ ເຮັດໃຫ້ລົດເສຍຫາຍທັງໝົດຄັນ ສ່ວນຜູ້ຂັບຂີ່ແມ່ນປອດໄພ ເຊິ່ງສາເຫດສາມາດເວົ້າໄດ້ວ່າລົດບໍ່ໄດ້ຮັບປະກັນທາງດ້ານເຕັກນິກ.
ດັ່ງນັ້ນ ເຈົ້າໜ້າທີ່ໄດ້ຝາກເຕືອນນັກຂັບຂີ່ທຸກທ່ານໃຫ້ເຂັ້ມງວດກວດກາເຕັກນິກ ແລະ ໝັ່ນເບິ່ງແຍງລົດກ່ອນອອກເດີນທາງໄກທຸກຄັ້ງ ເພື່ອຮັບປະກັນຄວາມປອດໄພທາງດ້ານຊັບສິນ ແລະ ຊີວິດ ຖ້າຫາກວ່າເກີດອຸບັດເຫດຍ້ອນສະພາບລົດ ທີ່ບໍ່ກ່ຽວກັບທາງດ່ວນ ຜູ້ຂັບຂີ່ຕ້ອງໄດ້ເສຍຄ່າປັບໃໝໃຫ້ກັບທາງດ່ວນອີກ.

