ຫລວງພະບາງ ເຫັນດີໃຫ້ມີການສະເຫລີມສະຫລອງງານບຸນປະເພນີອອກພັນສາປະວໍລະນາ ປະຈໍາປີ 2022

ວັນທີ 8 ກັນຍາ 2022 ນີ້, ຫ້ອງວ່າການແຂວງຫລວງພະບາງ ໄດ້ແຈ້ງທິດຊີ້ນໍາກ່ຽວກັບການສະເຫລີມສະຫລວງງານບຸນປະເພນີອອກພັນສາປະວໍລະນາ ທີ່ແຂວງຫລວງພະບາງ ປະຈໍາປີ ພ.ສ 2565 ຄ.ສ 2022 ດັ່ງນີ້:

  1. ເຫັນດີ ໃຫ້ມີການຈັດງານບຸນປະເພນີອອກພັນສາປະວໍລະນາ ແລະ ກິດຈະກໍາປະກອບໃນງານບຸນດັ່ງກ່າວ ຕາມຮີດຄອງປະເພນີອັນດີງາມຂອງຊາວຫລວງພະບາງ ທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ;
  2. ໃຫ້ນະຄອນ ຫລວງພະບາງ, ບັນດາເມືອງ ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ຕໍ່ກັບການຈັດງານບຸນປະເພນີ ດັ່ງກ່າວ ເປັນຕົ້ນແມ່ນ: ການຈັດງານບຸນໄຫລເຮືອໄຟ, ລອຍປະທີບ (ກະໂທງ) ຢູ່ນະຄອນ-ຫລວງພະບາງ, ງານ ບຸນຊ່ວງເຮືອຢູ່ ເມືອງຈອມເພັດ, ເມືອງຊຽງເງິນ, ເມືອງນານ ແລະ ເມືອງອື່ນໆ (ຖ້າມີ) ຕ້ອງໃຫ້ມີບັນຍາກາດ ເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີອັນດີງາມ ທີ່ເປັນມູນເຊື້ອ, ເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ ໂດຍສະເພາະໃຫ້ເອົາໃຈໃສ່ຢ່າງມີຄວາມຮັບຜິດຊອບສູງ ຕໍ່ການຈັດງານບຸນໄຫລເຮືອໄຟ, ລອຍປະທີບ (ກະໂທງ) ທີ່ນະຄອນ-ຫລວງພະບາງ ເຊິ່ງແມ່ນຫນຶ່ງໃນກິດຈະກໍາທີ່ໂດດເດັ່ນ, ມີຊື່ສຽງ, ທັງໄດ້ຮັບຄວາມນິຍົມຊົມ ຊອບຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມ; ປຸກລະດົມການມີສ່ວນຮ່ວມຈາກບ້ານ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ, ພະແນກການ-ອົງການຈັດຕັ້ງ, ຊາວໜຸ່ມ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມງານດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນ, ມີບັນຍາກາດ ແລະ ມີຜົນສໍາເລັດເປັນຢ່າງດີ;
  3. ການສະເຫລີມສະຫລວງງານບຸນປະເພນີ ອອກພັນສາປະວໍລະນາ ຢູ່ນະຄອນ-ຫລວງພະບາງ, ບັນດາເມືອງ ຕ້ອງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ ແລະ ຄວາມປອດໄພ ຢ່າງເຂັ້ມງວດ;
  4. ໃຫ້ນະຄອນ-ຫລວງພະບາງ, ບັນດາເມືອງ ເອົາໃຈໃສ່ໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດຮັບຮູ້ ເພື່ອດຶງດູດການທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າຊາວຫລວງພະບາງ;
  5. ໃຫ້ເອົາໃຈໃສ່ຕໍ່ວຽກງານການປ້ອງກັນ, ສະກັດກັ້ນການແພ່ລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການນີ້ດ້ວຍ