ເມືອງເສິງຕູ ປະເທດຈີນ ຂະຫຍາຍເວລາລັອກດາວ ຢ່າງບໍ່ມີກຳນົດ

ລັດຖະບານທ້ອງຖິ່່ນເມືອງເສິງຕູ ຕັດສິນໃຈຕໍ່ເວລາມາດຕະການລັອກດາວພາຍໃນເມືອງເຊິ່ງມີຜົນບັງຄັບໃຊ້ມາຕັ້ງແຕ່ວັນທິ 1 ກັນຍາ 2022 ເຊິ່ງຄາດວ່າຈະສິ້ນສຸດລົງໃນວັນທີ 7 ກັນຍາ ຈຶ່ງເລື່ອນອອກໄປຢ່າງບໍ່ມີກຳນົດ ໂດຍໃຫ້ເຫດຜົນວ່າ ເມືອງເສິງຕູ ຍັງມີຄວາມສ່ຽງຕໍ່ການແພ່ລະບາດໃນບາງພື້ນທີ່ ຈຳເປັນຕ້ອງຢູ່ພາຍໃຕ້ການເຝົ້າລະວັງເປັນພິເສດ
ຈາກຂໍ້ມູນຂອງໜ່ວຍງານທ້ອງຖີ່ນ ເມືອງເສິງຕູ ພົບຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 116 ຄົນ ສະແດງອາການ 57 ຄົນ ແລະ ບໍ່ສະແດງອາການ 59 ຄົນ
ການຂະຫຍາຍເວລາລັອກດາວເມືອງເສິງຕູ ໄດ້ສ້າງຄວາມວິຕົກກັງວົນວ່າອາດຈະສົ່ງຜົນກະທົບຕໍ່ທົ່ວໂລກ ເນື່ອງຈາກເມືອງດັ່ງກ່າວເປັນສະຖານທີ່ຕັ້ງໂຮງງານລາຍໃຫຍ່ເປັນຕົ້ນແມ່ນ Apple ທີ່ຜະລິດ iPad, MacBook ເຊິ່ງກ່ອນໜ້າທີ່ຍັງຜະເຊີນກັບວິກິດພະລັງງານອັນເນື່ອງມາຈາກຄື້ນຄວາມຮ້ອນ ແລະ ໄພແຫ້ງແລ້ງໃນມົນທົນເສສວນ ສົ່ງຜົນກະທົບຕໍ່ການຜະລິດໄຟຟ້າພະລັງນ້ຳ

