ຢາກສະຫລາດຂຶ້ນທຸກໆມື້ 5 ວິທີຕໍ່ໄປນີ້ຊ່ວຍທ່ານໄດ້.

ຄົນເຮົາຈະສະຫລາດຂຶ້ນໃນທຸກໆມື້ໄດ້ແນວໃດ ? ເວລາເຮົາເຫັນຄົນທີ່ສະຫລາດຫລາຍໆ ເຮົາມັກຈະຄິດວ່ານັ້ນແມ່ນພອນສະຫວັນຂອງເຂົາທີ່ຕິດໂຕມາແຕ່ກ່ອນ ເຮົາຄິດວ່າມັນຄົງເປັນໄປບໍ່ໄດ້ທີ່ຈະເກັ່ງຂະໜາດນັ້ນ, ຄວາມຈິງແລ້ວບໍ່ແມ່ນເລີຍ ເຮົາສາມາດສະຫລາດຂຶ້ນໄດ້ ເພາະວ່າຄົນເຮົາກໍລ້ວນແຕ່ມີສັກກະຍະພາບທີ່ຈະພັດທະນາຕົນເອງ, ຝຶກຝົນ ແລະ ເກັ່ງໃນດ້ານຕ່າງໆ, ມີຫລາຍຄົນໃນໂລກນີ້ທີ່ບໍ່ໄດ້ເກັ່ງມາຕັ້ງແຕ່ເກີດ ແຕ່ພວກເຂົາກໍສາມາດກ້າມຂຶ້ນມາປະສົບຄວາມສຳເລັດ ແລະ ຖ່າຍທອດສິ່ງດີໆໃຫ້ແກ່ຄົນອື່ນໄດ້. ພວກເຂົາຮຽນຮູ້ວ່າຈະພັດທະນາສິ່ງທີ່ພວກເຂົາມີຢູ່ເພື່ອເຮັດໃຫ້ຕົນເອງສະຫລາດຂຶ້ນໄດ້ ແລະ ທ່ານກໍສາມາດເຮັດໄດ້ຄືກັນ.
- ອ່ານໜັງສືຫລາຍໆ : ທ່ານອາດຈະຮູ້ສຶກທໍ້ເວລາທີ່ເຫັນຄົນອື່ນອ່ານໜັງສືໄດ້ຫລາຍໆ ປຽບດັ່ງວ່າເຂົາດາວໂຫລດຂໍ້ມູນເຫລົ່ານັ້ນລົງສະໝອງໄດ້ໂດຍກົງ, ແຕ່ຢ່າຟ້າວຕົກໃຈໄປ ເພາະມີບໍ່ເທົ່າໃດຄົນທີ່ເຮັດແບບນັ້ນໄດ້ ມັນໜ້າອິດສາກໍແມ່ນ ແຕ່ຢ່າລືມວ່າຄົນເກັ່ງໆຫລາຍຄົນກໍບໍ່ໄດ້ອ່ານໄວ ສິ່ງທີ່ເຂົາເຮັດກໍຄື ອ່ານໃຫ້ເປັນນິໄສ. ເຮົາຕ້ອງອ່ານໜັງສືເປັນປະຈຳ ຖ້າເຮົາອ່ານໜ້ອຍ ຫລື ບໍ່ໄດ້ເຮັດເປັນກິດຈະວັດ ເຮົາຈະຮູ້ສຶກລືມ ແລະ ກຽດຄ້ານທີ່ຈະອ່ານ. ການອ່ານເປັນປະຈຳຈະຊ່ວຍໃຫ້ທ່ານສາມາດເອົາສິ່ງທີ່ອ່ານມາໃຊ້ໄດ້ງ່າຍຂຶ້ນ. ຄົນທີ່ເກັ່ງໆນັ້ນອ່ານໜັງສືເປັນປະຈຳ ຈົນເກືອບຈະກາຍເປັນການຝຶກຝົນ ແລະ ແນ່ນອນວ່າການຝຶກຝົນກໍເຮັດໃຫ້ເຮົາພັດທະນາໄປເລື້ອຍໆ ຈົນເກັ່ງຂຶ້ນນັ້ນເອງ.
- ຄົນທີ່ສະຫລາດຍ່ອມໃຊ້ເວລາຢູ່ກັບຄົນທີ່ສະຫລາດ : ຄົນເຮົາມັກຈະໃຊ້ເວລາກັບຄົນທີ່ຄືໆກັນ ຖ້າທ່ານຢາກຈະຫລາດຂຶ້ນ ທ່ານກໍຕ້ອງໃຊ້ເວລາຮ່ວມກັບຄົນທີ່ສະຫລາດກ່ວາທ່ານ ເຊັ່ນ : ຖ້າທ່ານເປັນຄົນທີ່ສະຫລາດທີ່ສຸດໃນບ່ອນນັ້ນ ທ່ານກໍຢູ່ຜິດບ່ອນແລ້ວ. ຖ້າທ່ານຢູ່ກັບຄົນສະຫລາດ ເຂົາຈະຊຸກຍູ້ທ່ານ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ທ່ານ ບາງເທື່ອມັນຈະເຮັດໃຫ້ທ່ານຮູ້ສຶກວ່າຕົນເອງຈະມາເມົາຈົມຢູ່ແບບນີ້ບໍ່ໄດ້ແລ້ວ ແລ້ວທ່ານກໍຈະເລີ່ມພັດທະນາຕົນເອງໄປໃນທາງທີ່ດີຂຶ້ນນຳ.
- ຄົນສະຫລາດນັ້ນບໍ່ຢ້ານຄວາມຜິດພາດ : ຈົ່ງຈື່ໄວ້ວ່າ ກ້າວທີ່ພາດແມ່ນໂອກາດທີ່ຈະຮຽນຮູ້ສິ່ງໃໝ່ໆ ແລະ ພັດທະນາຕົນເອງໄປຂ້າງໜ້າ ການທີ່ເຮົາຈະເກັ່ງຂຶ້ນນັ້ນໝາຍຄວາມວ່າເຮົາຕ້ອງຄິດກ່ຽວກັບຄວາມຜິດພາດນັ້ນໃໝ່ ທ່ານຕ້ອງບໍ່ຢ້ານທີ່ຈະເຮັດຜິດພາດ ຍ້ອນການເຮັດຜິດພາດຈະເຮັດໃຫ້ທ່ານກັບມາທົບທວນຕົນເອງ ແລະ ເຫັນວ່າຕົນເອງຕ້ອງປັບປຸງບ່ອນໃດແດ່ເພື່ອທີ່ຈະກ້າວໄປຂ້າງໜ້າ ຄົນສະຫລາດທຸກຄົນຍ່ອມຮູ້ເຖິງສິ່ງເຫລົ່ານີ້ເປັນຢ່າງດີ.
- ຄົນສະຫລາດນັ້ນໃຫ້ຄຸນຄ່າກັບຄວາມຮູ້ທຸກປະເພດ : ຄົນໂງ່ນັ້ນມັກຈະປະຕິເສດຄວາມຮູ້ທີ່ບໍ່ກ່ຽວຂ້ອງກັບໂຕເຂົາ ເພາະຄິດວ່າຮູ້ໄປກໍບໍ່ໄດ້ຊ່ວຍຫຍັງ, ແຕ່ຄົນສະຫລາດຈະກົງກັນຂ້າມ ພວກເຂົາສົນໃຈຄວາມຮູ້ທຸກປະເພດ, ສົນໃຈໃນສິ່ງທີ່ເຂົາບໍ່ຮູ້ ແລະ ຢາກທີ່ຈະຮູ້ມັນ ເພາະຄວາມຮູ້ເປັນສິ່ງທີ່ບອກບໍ່ໄດ້ວ່າຄວາມຮູ້ແບບໃດມີຄຸນຄ່າ ຄົນສະຫລາດຈຶ່ງເປີດຮັບຄວາມຮູ້ທຸກຮູບແບບ ພວກເຂົາມັກຮຽນຮູ້ ແລະ ເຫັນໂອກາດທີ່ຈະຂະຫຍາຍຄວາມຮູ້ນັ້ນໃຫ້ກ້ວາງອອກໄປຕື່ມ.
- ພວກເຂົາເຮັດວຽກໜັກ (ຫລາຍ) : ການເຮັດວຽກໜັກແມ່ນປັດໄຈສຳຄັນທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນ ເພາະການເຮັດວຽກແມ່ນການໄດ້ເຈາະເລິກເຂົ້າໄປໃນສິ່ງຕ່າງໆໂດຍກົງ ເຖິງວ່າທ່ານຈະມີຄວາມຮູ້ຫລາຍ ແຕ່ຖ້າທ່ານບໍ່ລອງລົງມືເຮັດ ມັນກໍອາດຈະເປັນຄວາມຮູ້ທີ່ບໍ່ເລິກເຊິ່ງ. ຄົນສະຫລາດຈຶ່ງຕັ້ງໃຈກັບການເຮັດວຽກໜັກ ພວກເຂົາບໍ່ປະຕິເສດຂໍ້ນີ້ ເພາະວ່າມັນແມ່ນປັດໄຈສຳຄັນທີ່ເຮັດໃຫ້ພວກເຂົາເກັ່ງຂຶ້ນໃນທຸກໆມື້ນັ້ນເອງ.

