7 ເຕັກນິກທີ່ຈະຊ່ວຍໃຫ້ທ່ານເຮັດວຽກໄດ້ຫລາຍຂຶ້ນໃນແຕ່ລະມື້.

ເມື່ອເວົ້າເຖິງປະສິດທິພາບໃນການເຮັດວຽກ ທຸກໆທ່ານກໍຢາກທີ່ຈະຕື່ນເຊົ້າຂຶ້ນມາຢ່າງສົດຊື່ນ ແລະ ພ້ອມທີ່ຈະລຸຍວຽກທີ່ຕ້ອງເຮັດໝົດມື້, ແຕ່ວ່າມັນມັກຈະບໍ່ເປັນແນວນັ້ນສະເໝີໄປ ຄົນສ່ວນຫລາຍມັກຈະຕື່ນນອນມາດ້ວຍອາການອິດເມື່ອຍອ່ອນເພຍ ແລ້ວກໍບໍ່ມີແຮງເຮັດວຽກ (ທ່ານກໍເຄີຍເປັນແມ່ນບໍ່ ?) ເຊິ່ງມັນບໍ່ຄວນເປັນແບບນັ້ນ. ມາເບິ່ງນຳກັນວ່າມີວິທີໃດແດ່ທີ່ຈະຊ່ວຍໃຫ້ທ່ານຕື່ນນອນມາດ້ວຍພະລັງທີ່ເຕັມລົ້ນ ພ້ອມຮັບມືກັບວຽກຢູ່ຕໍ່ໜ້າໄດ້ຢ່າງມີປະສິດທິພາບ.

  1. ນອນຫລັບໃຫ້ພຽງພໍ : ຄົນທົ່ວໄປມັກຈະຖືເບົາຄວາມສຳຄັນຂອງການນອນຫລັບຢ່າງພຽງພໍ ເຖິງມັນຈະແມ່ນຄວາມຈິງທີ່ວ່າແຕ່ລະຄົນຕ້ອງການເວລາໃນການຫລັບທີ່ຕ່າງກັນໄປ. ດັ່ງນັ້ນ, ທ່ານຕ້ອງຮູ້ວ່າຕົນເອງຕ້ອງການເວລານອນຫລັບເທົ່າໃດ ຖ້າທ່ານຫລັບໜ້ອຍເກີນໄປ ທ່ານກໍຈະຕື່ນມາດ້ວຍອາການອ່ອນເພຍ ບໍ່ຕ່າງຫຍັງຈາກຜີດິບທີ່ເຊື່ອງຊ້າ. ດັ່ງນັ້ນ, ທ່ານຕ້ອງນອນຫລັບໃຫ້ພຽງພໍ ເຊິ່ງຄົນສ່ວນຫລາຍຈະມີເວລາຫລັບສະເລ່ຍ 6 – 7 ຊົ່ວໂມງ ຖ້າທ່ານພົບວ່າຕົນເອງຕື່ນນອນມາແລ້ວຍັງເມື່ອຍຢູ່ ນັ້ນໝາຍຄວາມວ່າທ່ານຫລັບບໍ່ພໍ ແລະ ເຖິງເວລາທີ່ຈະຕ້ອງປ້ຽນແປງມັນແລ້ວ.
  2. ຕື່ນເຊົ້າ : ທ່ານເຄີຍສົງໄສບໍ່ວ່າເປັນຫຍັງຄົນສ່ວນຫລາຍຈຶ່ງເຮັດວຽກໄດ້ມີປະສິດທິພາບຫລາຍໆໃນຕອນເຊົ້າໆ ນັ້ນເປັນຍ້ອນຕອນເຊົ້າແມ່ນເວລາທີ່ດີສຸດໃນການເຮັດວຽກ ເພາະມັນມີສິ່ງລໍ້ຕາລໍ້ໃຈໜ້ອຍກ່ວາ ເຮັດໃຫ້ທ່ານສາມາດຈົດຈໍ່ກັບວຽກໄດ້ດີຂຶ້ນ. ນອກຈາກນີ້, ການຕື່ນມາເຮັດວຽກຕອນເຊົ້າຍັງຊ່ວຍເສີມສ້າງວິໄນໃນຕົນເອງໄດ້ນຳ. ການເຮັດວຽກຕອນເຊົ້າຊ່ວຍໃຫ້ທ່ານຫ້າວຫັນ ເມື່ອຮອດຕອນບ່າຍ ທ່ານກໍຈະເລີ່ມງ່ວງນອນ ໂດຍສະເພາະຫລັງຈາກກິນເຂົ້າສວາຍແລ້ວ ອຸນຫະພູມທີ່ເພີ່ມຂຶ້ນກໍເຮັດໃຫ້ທ່ານບໍ່ສະບາຍຕົນໂຕ ແລະ ທ່ານກໍເລີ່ມທີ່ຈະໝົດພະລັງງານທີ່ຈະເຮັດສິ່ງຕ່າງໆແລ້ວ. ດັ່ງນັ້ນ, ຈົ່ງເຮັດວຽກໃຫ້ແລ້ວພາຍໃນຕອນເຊົ້າຈະດີທີ່ສຸດ.
  3. ວາງແຜນໄວ້ລ່ວງໜ້າ 1 ມື້ : ການວາງແຜນຊີວິດໃນແຕ່ລະມື້ນັ້ນຄວນເຮັດໃນຕອນກາງຄືນ ດີກ່ວາການມານັ່ງວາງແຜນຕອນຕື່ນນອນ ເພາະວ່າທ່ານຈະໄດ້ບໍ່ຕ້ອງເສຍເວລາມານັ່ງຄິດວ່າທ່ານຈະເຮັດຫຍັງຫລັງຈາກທີ່ທ່ານຕື່ນນອນ. ຄົນສ່ວນຫລາຍບໍ່ຄ່ອຍວາງແຜນ ແລະ ດຳລົງຊີວິດໃນແຕ່ລະມື້ໄປຢ່າງບໍ່ມີລະບົບ ຖ້າທ່ານບໍ່ມີແຜນຂອງຕົນເອງ ກໍຈະກາຍເປັນວ່າທ່ານກໍຈະຕ້ອງເຮັດຕາມແຜນຂອງຄົນອື່ນໄປໂດຍອັດຕະໂນມັດ.
  4. ກິນສິ່ງທີ່ມີປະໂຫຍດຕໍ່ສຸຂະພາບ : ເຮົາທຸກຄົນຮູ້ດີວ່າເຂົ້າເຊົ້ານັ້ນສຳຄັນປານໃດ ຢ່າລືມກິນເຂົ້າເຊົ້າເດັດຂາດ ບໍ່ວ່າທ່ານຈະຍາກວຽກປານໃດກໍຕາມ, ແຕ່ຖ້າເລືອກໄດ້ກໍຂໍໃຫ້ກິນອາຫານທີ່ມີປະໂຫຍດ.
  5. ດື່ມນຳ້ຫລັງຈາກຕື່ນນອນ : ທ່ານຮູ້ຫລືບໍ່ວ່າການດື່ມນຳ້ 500 ມິນລີລິດຫລັງຈາກຕື່ນນອນນັ້ນ ເປັນຜົນດີຕໍ່ສຸຂະພາບ ແລະ ການເຮັດວຽກຂອງທ່ານຢ່າງຫລວງຫລາຍ ເພາະມັນຈະຊ່ວຍໃຫ້ອະໄວຍະວະຕ່າງໆຂອງທ່ານໄດ້ຮັບນຳ້ທີ່ພຽງພໍ ທັງຍັງລ້າງພິດໃນຮ່າງກາຍ. ນອກຈາກນີ້, ຜົນການວິໄຈຍັງບອກວ່າ ການດື່ມນຳ້ຫລັງຕື່ນນອນຈະຊ່ວຍເຜົາຜານໄຂມັນໄດ້ນຳ.
  6. ອອກກຳລັງກາຍຍືດເສັ້ນຍືດເອັນ : ສິ່ງສຳຄັນທີ່ທ່ານຄວນເຮັດໃນຕອນເຊົ້າອີກຢ່າງໜຶ່ງກໍຄື ການອອກກຳລັງກາຍ ຫລື ບໍ່ກໍຍືດເສັ້ນຍືດເອັນແບບງ່າຍໆ, ການອອກກຳລັງກາຍຈະຊ່ວຍໃຫ້ທ່ານຫລັ່ງສານເອັນດໍຟິນທີ່ເຮັດໃຫ້ທ່ານຮູ້ສຶກມີຄວາມສຸກ ແລະ ມັນສົ່ງຜົນໃຫ້ທ່ານສາມາດລຸຍວຽກໝົດມື້ໄດ້ຢ່າງມີປະສິດທິພາບ.
  7. ເຊືອບຫລັບໃນຕອນບ່າຍ : ວິທີນີ້ຈະຟັງເບິ່ງຂັດແຍ່ງກັບຫົວຂໍ້ຂອງເລື່ອງ ແຕ່ການເຊືອບຫລັບເປັນໄລຍະເວລາສັ້ນໆໃນຕອນບ່າຍນັ້ນຈະເຮັດໃຫ້ທ່ານສົດຊື່ນຫລາຍຂຶ້ນ, ເວລາທີ່ເໝາະສົມກໍຄື 15 – 30 ນາທີ ບໍ່ຄວນເກີນກ່ວານີ້ ເພາະຖ້າທ່ານຫລັບ 1 ຊົ່ວໂມງ ມັນຈະເຂົ້າສູ່ໄລຍະເວລາການຫລັບເລິກ ທີ່ເຮັດໃຫ້ທ່ານເມື່ອຍກ່ວາເກົ່າເມື່ອຕື່ນຂຶ້ນມາ. ດັ່ງນັ້ນ, ຢ່າລືມຕັ້ງໂມງປຸກໄວ້ນຳ ຖ້າບໍ່ຢາກຮູ້ເມື່ອຂຶ້ນມາກໍຮອດເວລາເລີກວຽກແລ້ວພໍດີ.