10 ອາຫານທີ່ກິນແລ້ວເຖົ້າໄວ ໃຜທີ່ບໍ່ຢາກເຖົ້າໄວຄວນຫລີກລ່ຽງ

- ອາຫານຈານດ່ວນ
ອາຫານຈານດ່ວນ ເຊັ່ນ ພິດຊ່າ, ແຮມເບີເກີ, ມັນຝຣັ່ງທອດ… ເຖິງແມ່ນວ່າອາຫານເຫລົ່ານີ້ຈະແຊບ ແຕ່ກໍເຕັມໄປດ້ວຍສິ່ງທີ່ບໍ່ດີຕໍ່ສຸຂະພາບ ເພາະມີໄຂມັນທານເປັນສ່ວນປະກອບ ເຊິ່ງສົ່ງຜົນເສຍຕໍ່ຫລອດເລືອດ, ສຽງຕໍ່ການອຸດຕັນຂອງຫລອດເລືອດ ແລະ ເຮັດໃຫ້ເກີດການແຂງຕົວຈົນເປັນສາເຫດເຮັດໃຫ້ເຮົາເຖົ້າກວ່າໄວ.
- ຊີ້ນສັດແປຮູບ
ເຊັ່ນ ໄສ້ກອກ, ເບຄອນ, ລູກຊີ້ນ ເຖິງແມ່ນວ່າສິ່ງເຫລົ່ານີ້ຈະກິນໄດ້ແບບບໍ່ເບື່ອ, ແຕ່ກໍເຕັມດ້່ວຍໂຊດຽມ ເຮັດໃຫ້ຍິ່ງກິນ ຍິ່ງເລັ່ງເຮັດໃຫ້ມີຮອຍກ່ອນໄວ, ນອກຈາກນັ້ນຍັງເຕັມໄປດ້ວຍສານກໍາມະຖັນ, ສານກັນບູດ ຈົນເປັນສາເຫດ ເຮັດໃຫ້ຜິວໜັງອັກເສບ ບວມແດງ ແລະ ມີສະພາບອ່ອນເພຍລົງ ທີ່ເຮັດໃຫ້ຜິວເຖົ້າ.
- ອາຫານລົດຫວານ
ຂອງຫວານຈໍາພວກເຄັກ, ເຂົ້າໜົມອົມ, ເຍນລີ່… ອາຫານຈໍາພວກນີ້ມີສ່ວນປະກອບເປັນນໍ້າຕານຈານວນຫລາຍ ແລະ ເມື່ອເຮົາກິນເຂົ້າໄປ ນໍ້າຕານຈະຖືກປ່ຽນເປັນແປ້ງ, ນອກຈາກຈະເຮັດໃຫ້ອ້ວນແລ້ວຍັງເຮັດໃຫ້ມີສ່ວນເຮັດໃຫ້ລະດັບນໍ້າຕານໃນເລືອດເພີ່ມສູງຂຶ້ນ ແລະ ນໍ້າຕານຈະເຂົ້າໄປທໍາລາຍຄໍລາເຈນ ຈຶ່ງເປັນສາເຫດເຮັດໃຫ້ເຖົ້າກ່ອນໄວ.
- ອາຫານລົດເຄັມ
ການກິນອາຫານລົດຈັດ ຫລື ກິນອາຫານທີ່ມີໂຊດຽມຫລາຍໆ ຈະເປັນການເລັ່ງໃຫ້ເຊວໃນຮ່າງກາຍເສື່ອມສະພາບໄວ ແລະ ຍັງເຮັດໃຫ້ໃບໜ້າເກີດຮອຍ, ເພີ່ມຄວາມສ່ຽງໃນການເກີດພະຍາດຫົວໃຈ ທາງທີ່ດີຄວນຫລຸດປະລິມານໂຊດຽມ ຫລື ຫລຸດການກິນອາຫານທີ່ມີລົດເຄັມຈະເປັນການດີ.
- ອາຫານສໍາເລັດຮູບ/ກຶ່ງສໍາເລັດຮູບ
ອາຫານສໍາເລັດຮູບທີ່ເປັນອາຫານແຊ່ເຢັນ ຫລື ໝີ່ກຶ່ງສໍາເລັດຮູບຕາມຮ້ານມິນິມາກ ເຖິງແມ່ນວ່າຈະກິນງ່າຍແຕ່ໃສ່ໄມໂຄເວັບ ຫລື ໃສ່ນໍ້າຮ້ອນກໍກິນໄດ້ແລ້ວ ແຕ່ຮູ້ບໍ່ວ່າອາຫານເຫລົ່ານີ້ເຕັມໄປດ້ວຍສີ, ສານກັນບູດ, ໂຊດຽມ ທີ່ເປັນອັນຕະລາຍຕໍ່ຮ່າງກາຍ.
- ອາຫານດອງ
ໃຜທີ່ມັກກິນອາຫານດອງເຊັ່ນ ສົ້ມໝູ, ໝູແຮມ ຫລື ໝາກໄມ້ດອງ, ໃຜທີ່ມັກກິນອາຫານດອງເຫລົ່ານີ້ຄວນຫລີກລ່ຽງ ຫລື ກິນໃຫ້ໜ້ອຍທີ່ສຸດ ເພາະອາຫານເຫລົ່ານີ້ສ່ວນຫລາຍຈະມີສ່ວນປະກອບຂອງໂພແທັດຊຽມ ຫາກກິນເຂົ້າໄປຈໍານວນຫລາຍຈະເຮັດໃຫ້ເຈັບທ້ອງຮຸນແຮງ, ຫາຍໃຈບໍ່ອອກ ແລະ ສ່ຍງຕໍ່ການເປັນມະເຮັງ.
- ອາຫານຈືນນໍ້າມັນ
ອາຫານຈືນນໍ້າມັນ ໃນຫລາຍຮ້ານອາດຈະໃຊ້ນໍ້າມັນເກົ່າມາຈືນຄືນເພື່ອຫລຸດຕົ້ນທຶນ, ເຊິ່ງນໍ້າມັນເຫລົ່ານີ້ຈະເຕັມໄປດ້ວຍສານທີ່ກໍ່ໃຫ້ເປັນມະເຮັງ ແລະ ທໍາລາຍເຊວໃນຮ່າງກາຍ, ທີ່ເປັນສາເຫດໃນການເຮັດໃຫ້ມີພະຍາດອື່ນຕາມມາ, ນອກຈາກ ຈະເຮັດໃຫ້ສຸຂະພາບເສື່ອມແລ້ວ ຍັງເຮັດໃຫ້ຜິວເຮົາແກ່ກ່ອນໄວອີກດ້ວຍ.
- ນໍ້າອັດລົມ
ມິຜົນການວິໄຈອອກມາແລ້ວວ່າການດື່ມນໍ້າອັດລົມເປັນອັນຕະລາຍຕໍ່ຮ່າງກາຍເທົ່າໆກັບການສູບຢາ, ເຊິ່ງທີມນັກວິໄຈບອກໄວ້ວ່າການດື່ມນໍ້າອັດລົມທຸກໆມື້ ຈະເຮັດໃຫ້ຮ່າງກາຍເສື່ອມສະພາບ ແລະ ເຮັດໃຫ້ເຖົ້າໄວເຖິງ 4,6 ປີ ສະແດງວ່າຖ້າດື່ມມື້ລະ 1 ແກ້ວສາມາດເຮັດໃຫ້ເຖົ້າລົງເຖິງ 5 ປີ!
- ຫລຸດຜ່ອນການດື່ມກາເຟ
ໃນກາເຟປະກອບດ້ວຍຄາເຟອີນຈໍານວນຫລາຍ ເຮັດໃຫ້ກາຍເປັນນຶ່ງສາເຫດທີ່ເຮັດໃຫ້ບັນດາສາວໆ ເຖົ້າໄວເພາະຄາເຟອີນໃນກາເຟມັກເຮັດໃຫ້ຮ່າງກາຍຂາດນໍ້າ ຍິ່ງດື່ມຫລາຍເທົ່າໃດຍິ່ງເຮັດໃຫ້ເສຍນໍ້າຫລາຍເທົ່ານັ້ນສົ່ງຜົນໃຫ້ຜິວພັນມີຄວາມແຫ້ງ, ຮອຍ ແລະ ຈຸດດ່າງດໍາກໍຂຶ້ນມາຫລາຍ.
- ຫລີກລ່ຽງການດື່ມສິ່ງມຶນເມົາ
ເຄື່ອງດື່ມທີ່ມີທາດເຫລົ້າຈະເຮັດໃຫ້ຜິວສູນເສຍຄໍລາເຈນ ຈະເຮັດໃຫ້ເກີດຮອຍແດງຕາມຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍຕົກຢູ່ໃນສະພາວະຂາດນໍ້າ ແລະ ບວມນໍ້າໄດ້ງ່າຍ ໂດຍສະເພາະຜູ້ຍິງ ຖ້າດື່ມສິ່ງມຶນເມົາຕະຫລອດ ສ່ວນຫລາຍຈະຂາດວິຕາມິນເອ ທາງທີ່ດີບໍ່ຄວນດື່ມສິ່ງມຶນເມົາ, ຖ້າຫລີກລ່ຽງບໍ່ໄດ້ແມ່ນໃຫ້ດື່ມໃຫ້ໜ້ອຍທີ່ສຸດ.

