ເຕັກນິກການປູກໝາກບວບເພື່ອເປັນສິນຄ້າ

ໝາກບວບເປັນພືດທີ່ຮູ້ຈັກກັນດີໃນບ້ານເຮົາ ໂດຍສະເພາະແມ່ນການນໍາມາປຸງແຕ່ງເປັນອາຫານ ກິນງ່າຍ ແລະ ລົດຊາດດີອີກດ້ວຍ, ແຕ່ສ່ວນຫລາຍແມ່ນນິຍົມກັນປູກເພື່ອໄວ້ກິນເອງສະເພາະຄອບຄົວ, ແນ່ນອນວ່າຄົນສ່ວນໃຫຍ່ອາດຈະຮູ້ວິທີປູກກັນຢູ່ແລ້ວ ແຕ່ຫລາຍຄົນອາດຈະຍັງບໍ່ຮູ້ວ່າວິທີການປູກໃຫ້ໄດ້ຄຸນະພາບເພື່ອເປັນສິນຄ້າ ແລະ ສ້າງລາຍໄດ້ໃຫ້ແກ່ຄອບຄົວ, ເຊິ່ງມື້ນີ້ພວກເຮົາໄດ້ນໍາເອົາວິທີປູກໝາກບວບໃຫ້ໄດ້ຄຸນະພາບ ແລະ ແຊບ ມາບອກໃຫ້ຮູ້ດັ່ງນີ້:

+ ຂັ້ນຕອນການກຽມດິນ

ຂຸດດິນໃຫ້ເລິກ 20-25 ຊັງຕີແມັດ ແລ້ວຕາກດິນໄວ້ 5-7 ມື້, ຫລັງຈາກນັ້ນ ໃຫ້ໃສ່ຝຸ່ນຄອກ ຫລື ຝຸ່ນໝັກທີ່ປະສົມກັນດີແລ້ວລົງໃນຂຸມ 30-40 ກຣາມຕໍ່ຂຸມ.

+ ຂັ້ນຕອນການປູກ ແລະ ຮັກສາ

ຫລັງຈາກກຽມດິນ ແລະ ຂຸດຂຸມແລ້ວ ໃຫ້ຢອດແກ່ນໝາກບວບລົງຂຸມລະ 3-4 ແກ່ນ ແລ້ວຖົມດິນ, ຫລັງຈາກນັ້ນກໍຫົດນໍ້າໃຫ້ຊຸ່ມ ແລະ ປົກໜ້າດິນດ້ວຍເຟືອງ ຫລື ຫຍ້າແຫ້ງ ເພື່ອບໍ່ໃຫ້ດິນເສຍຄວາມຊຸ່ມໄດ້ງ່າຍ ແລະ ຫລັງຈາກນັ້ນກໍໝັ່ນຫົດນໍ້າມື້ລະ 2 ເທື່ອ(ເຊົ້າ-ແລງ) ປະມານ 10-15 ມື້ ຕົ້ນໝາກບວບກໍຈະເລີ່ມປົ່ງອອກມາ.

– ເມື່ອຕົ້ນໝາກບວບປົ່ງອອກມາແລ້ວ ໃຫ້ຄັດເອົາຕົ້ນທີ່ແຂງແຮງ ແລະ ສົມບູນທີ່ສຸດ,​ແລ້ວກໍໝັ້່ນຫົດນໍ້າເລື້ອຍໆ.

– ເມື່ອາຍຸຕົ້ນໝາກບວບໄດ້ປະມານ 25-30 ມື້ ແມ່ນໃຫ້ພວນດິນອ້ອມເຫງົ້າຕົ້ນຫ່າງອອກ 10 ຊັງຕີແມັດ ແລ້ວກໍໃສ່ຝຸ່ນສູດ 13-13-21 ປະມານ 1 ກໍາມື ແລະ ຫົດນໍ້າ.

– ເມື່ອຕົ້ນເລີ່ມເປັນເຄືອໃຫ້ເຮັດຄ້າງໃສ່ ເພື່ອໃຫ້ຕົ້ນໝາກບວບມີບ່ອນເກາະ ແລະ ໃຫຍ່ໄວ.

– ເມື່ອໝາກບວບເລີ່ມອອກດອກ ຫລື ຕິດໝາກ ໃຫ້ໃສ່ຝຸ່ນສູດ 15-15-15 ປະມານ 1 ກໍາມື ອ້ອມຮອບເຫງົ້າຕົ້ນ ອາທິດລະ 1 ຄັ້ງ ເພື່ອບໍາລຸງຕົ້ນໝາກບວບ, ຫົດນໍ້າທຸກມື້ເຊົ້າ-ແລງ.

+ ຂັ້ນຕອນການເກັບກ່ຽວ

   ຫລັງຈາກເປັນໝາກໄດ້ 7 ມື້ ຫລື ຕົ້ນມີອາຍຸ 50-60 ມື້ ຈຶ່ງສາມາດເກັບກ່ຽວໄດ້.

 + ວິທີປ້ອງກັນສັດຕູພືດ

   ສັດຕູພືດ ຫລື ພະຍາດທີ່ມັກເກີດຂຶ້ນກັບໝາກບວບແມ່ນພະຍາດເຫງົ້າເນົ່າ, ພະຍາດເນົ່າດໍາ, ພະຍາດໃບຫົດ. ດັ່ງນັ້ນ, ຄວນຮັກສາບໍລິເວນສວນໃຫ້ສະອາດຢູ່ສະເໝີ ເມື່ອສໍາເລັດການເກັບກ່ຽວແລ້ວ ຄວນພວນດິນຕາກແດໄວ້ ເພື່ອຂ້າເຊື້ອ ແລະ ປູກພືດຊະນິດອື່ນໝູນວຽນ ເພາະພະຍາດບາງຊະນິດກໍເກີດກັບພືດບາງຊະນິດເທົ່ານັ້ນ.