ເປີດປະມູນນວມ ໂຮລີຟິລ ຍອດມວຍໂລກນັດທີ່ຖືກ ໄທສັນ ກັດຫູແຫວ່ງ

ເປີດປະມູນນວມຂອງ ອີແວນເດີ ໂຮລີຟິລ ຈາກການຊົກນັດປະຫວັດສາດ ເຊິ່ງຖືກ ໄມ ໄທສັນ ຄູ່ຊົກກັດຫູໃນການຊົກທີ່ ເອັມຈີເອັມ ແກຣນ ກາເດນ ອາຣີນາ ໃນລາສເວກັສ ໂດຍຈະເປີດປະມູນທີ່ 100,000 ໂດລາສະຫະລັດ.
ໂຮລີຟິລ ເຄີຍເອົາຊະນະນ໊ອກ ໄມ ໄທສັນ ໃນຍົກທີ 7 ໃນການປະເຊີນຫນ້າກັນນັດທຳອິດເມື່ອປີ 1996 ກ່ອນທີ່ຈະກັບມາຊົກກັນ ອີກຄັ້ງຫນຶ່ງໃນວັນທີ 28 ມິຖຸນາ 1997 ເຊິ່ງຖືເປັນນັດທີ່ແຟນມວຍຈົດຈຳທີ່ສຸດເກມຫນຶ່ງໃນວົງການມວຍ ເນື່ອງຈາກ ໄທສັນ ໃຊ້ຈັງຫວະຊົກວົງໃຈ ກ່ອນຈະເກີດຄວາມຄິດບໍ່ດີກັດຫູຂອງ ໂຮລີຟິລ ຈົນຫູແຫວ່ງຄາປາກ ແລະ ຖືກມິລເລນ ກຳມະການຜູ້ຫ້າມ ປັບໃຫ້ເສຍໃນຍົກທີ 3 ໂດຍ ແລະ ຖືກປັບເງິນ 3 ລ້ານໂດລາສະຫະລັດ ເຖິງວ່າຫລັງຈາກນັ້ນຈະມີການທາບທາມໃຫ້ທັງຄູ່ຊົກກັນອີກ ເປັນຄັ້ງທີ 3 ໃນປີ 2021 ໂດຍຈະໄດ້ຄ່າຕົວຄົນລະ 25 ລ້ານໂດລາສະຫະລັດ ແຕ່ ໂຮລີຟິລ ປະຕິເສດທີ່ຈະຊົກກັບ ໄທສັນ ເດັດຂາດ ແຕ່ພາຍຫລັງທັງຄູ່ມາຖ່າຍໂຄສະນາຂອງຮ້ານເກີບກິລານຳກັນ ໂດຍມີສາກທີ່ ໄທສັນ ຍື່ນຫູຄືນໃຫ້ ໂຮລີຟິລ ແລະ ກອດຄໍຄືນດີກັນ.
ໂດຍຫລ້າສຸດ ນວມສີແດງຂອງ ໂຮລີຟິລ ຈະຖືກນຳອອກມາປະມູນອີກເທື່ອຫນຶ່ງໃນວັນທີ 17 ກັນຍານີ້ ເຊິ່ງຖືເປັນຄັ້ງທີ 5 ຂອງນວມ ພ້ອມລາຍເຊັນຄູ່ນີ້ ໃນລາຄາເປີດ100,000 ໂດລາສະຫະລັດ ເຖິງວ່າການປະມູນຄັ້ງກ່ອນຈະປິດທີ່ 12,155 ໂດລາສະຫະລັດເທົ່ານັ້ນ.

